Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງບໍລິຄໍາໄຊ ເຊື່ອມຊຶມເອກະສານ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງກອງທັບ ຄັ້ງທີ IX

ສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງບໍລິຄໍາໄຊ ເຊື່ອມຊຶມເອກະສານ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງກອງທັບ ຄັ້ງທີ IX



ວັນທີ 12 ມິຖຸນາ 2025 ນີ້, ຢູ່ທີ່ສະໂມສອນ ກອງບັນຊາການທະຫານແຂວງບໍລິຄໍາໄຊ ໄດ້ເຊື່ອມຊຶມເອກະສານ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີສະຫາຍ ພັນເອກ ຈັນນີ ສີສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍລິຄໍາໄຊ, ມີຄະນະພັກ-ຄະນະບັນຊາ, ສະຫະພັນແມ່ຍິງ ອົງການ 5 ຫ້ອງ, ຫົວໜ່ວຍກົມກອງ ອ້ອມຂ້າງກອງບັນຊາການທະຫານແຂວງ ເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ຄໍາຜາຍ ຈັນທະປັນຍາ ຫົວໜ້າພະແນກສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງບໍລິຄໍາໄຊ ໄດ້ຜ່ານບົດລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະບັດໜ້າທີ່ວຽກງານ ຂອງສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງບໍລິຄໍາໄຊ ໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້. ຈາກນັ້ນ, ສະຫາຍ ພັນໂທ ນາງ ແພງດີ ສົມສະໜິດ ຫົວໜ້າພະແນກແຜນການ-ສັງລວມ ຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ເຜີຍແຜ່ມະຕິກອງປະຊຸມຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX ແລະ ຜ່ານບົດສະຫຼຸບແຜນພັດທະນາແມ່ຍິງກອງທັບ ໃນໄລຍະປີ 2021-2025 ແລະ ທິດທາງແຜນພັດທະນາໄລຍະປີ 2025-2030, ໂດຍປະຕິບັດຕາມວິໄສທັດຍຸດທະສາດ ແລະ ແຜນພັດທະນາແມ່ຍິງແຫ່ງຊາດ ຄັ້ງທີ VIII ປີ 2021-2025 ເພື່ອບັນລຸເປົ້າໝາຍ 10 ແຜນງານ 65 ໂຄງການຂອງແຜນພັດທະນາແມ່ຍິງແຫ່ງຊາດວາງອອກ, ສະຫະພັນແມ່ຍິງກອງທັບ ໄດ້ຫັນເອົາແຜນງານໂຄງການດັ່ງກ່າວ ມາເປັນແຜນພັດທະນາແມ່ຍິງກອງທັບ ປະກອບມີ 10 ແຜນງານ 54 ໂຄງການເຂົ້າໃນວຽກງານຕົວຈິງ ຕາມສະພາບຈຸດພິເສດ ແລະ ເງື່ອນໄຂຕົວຈິງ ຂອງສະຫະພັນແມ່ຍິງກອງທັບ ເຫັນໄດ້ວ່າ: ສະມາຊິກສະຫະພັນແມ່ຍິງ ມີຄຸນທາດການເມືອງໜັກແໜ້ນ ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິ, ຄໍາສັ່ງຂອງຂັ້ນເທິງ, ມີຄວາມສາມັກຄີເປັນເອກະພາບພາຍໃນ-ພາຍນອກ ຢ່າງແໜ້ນແຟ້ນ ແລະ ມີຄວາມຫ້າວຫັນຕໍ່ການປະຕິບັດໜ້າທີ່ການເມືອງ ດ້ວຍຄວາມຮັບຜິດຊອບສູງ.
ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງບໍລິຄໍາໄຊ ສ້າງໄດ້ໃນໄລຍະຜ່ານມາ, ພ້ອມທັງເໜັ້ນໜັກໃຫ້ສະມາຊິກສະຫະພັນແມ່ຍິງທຸກສະຫາຍ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ, ເອົາໃຈໃສ່ປະຕິບັດມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ ກໍຄືສະຫະພັນແມ່ຍິງລາວວາງອອກຢ່າງເຂັ້ມງວດ, ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັ່ນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງຢ່າງຮອບດ້ານ ພ້ອມນີ້, ຕ້ອງໄດ້ເອົາໃຈໃສ່ຮັດແໜ້ນຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ພ້ອມກັນປະຕິບັດໜ້າທີ່ ທີ່ໄດ້ມອບໝາຍໃຫ້ມີຜົນສໍາເລັດ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps