ວັນທີ 17 ມິຖຸນາ 2025 ນີ້, ພະແນກຊາວໜຸ່ມ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວຊຸກຍູ້ວຽກງານ 4 ບຸກ ຢູ່ກອງວາລະສານປ້ອງກັນຊາດ , ໂດຍການເປັນ ປະທານ ຂອງສະຫາຍ ພັນຕີ ສົມສັກ ສົມທະວົງ ຮອງຫົວໜ້າກອງວາລະສານປ້ອງກັນຊາດ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີສະຫາຍ ພັນໂທ ຈັນນະຄອນ ອາດສະໝຸດ ຫົວໜ້າພະແນກຊາວໜຸ່ມ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີຄະນະໜ່ວຍຊາວໜຸ່ມ ແລະ ຫົວໜ້າຈຸຊາວໜຸ່ມ ເຂົ້າຮ່ວມ.
ສະຫາຍ ພັນຕີ ຊາຍສະນິດ ຄັດຕະມອນ ເລຂາໜ່ວຍຊາວໜຸ່ມ ກອງວາລະສານປ້ອງກັນຊາດ ໄດ້ຜ່ານບົດລາຍງານທັງສອງພາກ ໂດຍຍົກໃຫ້ເຫັນຜົນສໍາເລັດໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງໜ່ວຍຊາວໜຸ່ມ ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໂດຍພາຍໃຕ້ການຊີ້ນໍາ ຂອງຄະນະພັກ-ຄະນະບັນຊາ, ຖືເອົາລະບອບສ່ອງແສງລາຍງານເປັນປົກກະຕິ, ຈັດຕັ້ງເຂົ້າຮ່ວມເຊື່ອມຊຶມບັນດາເອກະສານມະຕິຕ່າງໆ, ຮັບຟັງປາຖະກະຖາມູນເຊື້ອວັນປະຫວັດສາດສໍາຄັນຕ່າງໆ ເຮັດໃຫ້ສະມາຊິກຊາວໜຸ່ມໃນໜ່ວຍມີຄຸນທາດການເມືອງໜັກແໜ້ນ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດມະຕິ, ຄໍາສັ່ງ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ ແລະ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ເປັນຢ່າງດີ ເຊິ່ງໃນໜ່ວຍ ມີຄະນະໜ່ວຍ 3 ສະຫາຍ, ມີສະມາຊິກຊາວໜຸ່ມທັງໝົດ 27 ສະຫາຍ, ຍິງ 16 ສະຫາຍ, ສະມາຊິກພັກສົມບູນ 19 ສະຫາຍ, ສໍາຮອງ 3 ສະຫາຍ, ໄດ້ຈັດຕັ້ງແບ່ງເປັນ 3 ຈຸ, ຜ່ານການຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຢ່າງຖືກຕ້ອງຕາມຂັ້ນຕອນ ແລະ ມາດຖານເງື່ອນໄຂ ເຊິ່ງສະແດງອອກໃຫ້ເຫັນທັງ 4 ດ້ານຄື: ດ້ານແນວຄິດ, ດ້ານການເຝິກຝົນຫຼໍ່ຫຼອມຮໍ່າຮຽນ, ດ້ານການປັບປຸງ ແລະ ກໍ່ສ້າງການຈັດຕັ້ງ ແລະ ດ້ານວິຊາຊີບ ສ້າງວຽກເຮັດງານທໍາ ສາມາດຕີລາຄາໄດ້ດັ່ງນີ້: ບຸກດ້ານແນວຄິດ 98%, ບຸກດ້ານການເຝິກຝົນຫຼໍ່ຫຼອມຮໍ່າຮຽນ 97%, ບຸກດ້ານການຈັດຕັ້ງ 96%, ບຸກດ້ານວິຊາຊີບ ສ້າງວຽກເຮັດງານທໍາ 96%.
ສະຫາຍ ພັນຕີ ສົມສັກ ສົມທະວົງ ໄດ້ຮຽກຮ້ອງໃຫ້ໜ່ວຍຊາວໜຸ່ມ ກອງວາລະສານປ້ອງກັນຊາດ ສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ, ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ, ສ້າງໃຫ້ອົງການຈັດຕັ້ງຊາວໜຸ່ມກາຍເປັນກຳລັງແຮງສັງລວມໃນການເຮັດສໍາເລັດໜ້າທີ່ການເມືອງຂອງກົມກອງ.
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ພະແນກຊາວໜຸ່ມ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ຊຸກຍູ້ວຽກງານ 4 ບຸກ ຢູ່ກອງວາລະສານປ້ອງກັນຊາດ