Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ຄະນະກວດກາ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ຊຸກຍູ້ວຽກງານການກໍ່ສ້າງກອງ 3 ປອດ ຢູ່ກອງວາລະສານປ້ອງກັນຊາດ

ຄະນະກວດກາ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ຊຸກຍູ້ວຽກງານການກໍ່ສ້າງກອງ 3 ປອດ ຢູ່ກອງວາລະສານປ້ອງກັນຊາດ



ໃນວັນທີ 19 ມິຖຸນາ 2025 ນີ້, ຄະນະກວດກາ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ນໍາພາໂດຍ ສະຫາຍ ພັນໂທ ວິໄລສິນ ນິນທະສອນ ຮອງປະທານກວດກາ ກົມໃຫຍ່ການເມືອງກອງທັບ, ຫົວໜ້າພະແນກກວດກາ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວຊຸກຍູ້ວຽກງານກໍ່ສ້າງກອງ 3 ປອດ (ປອດໃສ ປອດໄພ ປອດຄະດີ) ຢູ່ກອງວາລະສານປ້ອງກັນຊາດ ໂດຍມີ ສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງວາລະສານປ້ອງກັນຊາດ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ສະຫາຍ ພັນໂທ ບຸນໄມ ແສງອາລຸນ ໄດ້ຜ່ານບົດລາຍງານການກໍ່ສ້າງກອງ 3 ປອດ ໃນໄລຍະ 1 ປີຜ່ານມາ, ຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ ສະມາຊິກພັກ-ນັກຮົບເຂົ້າໃຈແຈ້ງຕໍ່ມະຕິ, ຄຳສັ່ງ, ຂໍ້ກຳນົດ, ກົດລະບຽບ ຂອງກອງທັບ, ກົດໝາຍຂອງລັດ, ຕ້ານ ແລະ ສະກັດກັ້ນໄດ້ປະກົດການຫຍໍ້ທໍ້, ສ້າງໃຫ້ໜ່ວຍພັກ ມີຄວາມສະຫງົບ ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໂດຍຕິດພັນກັບການຈັດຕັ້ງຜັນຂະຫຍາຍ ມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດ ວາງອອກ, ມະຕິ ຂອງຄະນະໜ່ວຍພັກ ຢ່າງເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ ນອກນີ້, ຍັງໄດ້ຈັດຕັ້ງພະນັກງານ-ນັກຮົບເຂົ້າຮ່ວມການຮໍ່າຮຽນການເມືອງ, ຟັງປາຖະກະຖາ, ຄົ້ນຄວ້າເຊື່ອມຊຶມເອກະສານຕ່າງໆ ທີ່ກົມໃຫຍ່ການເມືອງກອງທັບ ແລະ ກະຊວງປ້ອງກັນປະເທດຈັດຕັ້ງຂຶ້ນ ເຮັດໃຫ້ກົມກອງ ມີຄວາມສະຫງົບ, ເຮັດສຳເລັດໜ້າທີ່ວຽກງານວິຊາສະເພາະທີ່ຂັ້ນເທິງມອບໝາຍໃຫ້ເປັນຢ່າງດີ ນອກນັ້ນ, ໄດ້ເອົາໃຈໃສ່ແນະນໍາຕັກເຕືອນ ແລະ ຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນ, ວຽກງານນໍາພາ-ບັນຊາ ໄດ້ປັບປຸງການຈັດຕັ້ງຂັ້ນພະແນກພາຍໃນກົມກອງໃຫ້ມີຄວາມໜັກແໜ້ນ, ປອດໃສທາງດ້ານການເມືອງ, ເປັນເຈົ້າການປົກປັກຮັກສາສະຖານທີ່ຄ້າຍຄູໃຫ້ມີຄວາມສະຫງົບປອດໄພ, ຈຳແນກໄດ້ ມິດ ແລະ ສັດຕູ ຢ່າງຈະແຈ້ງ ແລະ ເລືອກເຟັ້ນເອົາພະນັກງານຜູ້ທີ່ຊຳນານໃນການປົກປັກຮັກສາບັນດາເອກະສານທີ່ສໍາຄັນຂອງກົມກອງ, ຫຼີກເວັ້ນການຕົກເຮ່ຍເສຍຫາຍ ແລະ ເປ່ເພໂດຍບໍ່ມີເຫດຜົນໄດ້ 100% ຜ່ານການເຄື່ອນໄຫວໃນໄລຍະຜ່ານມາ, ສາມາດຢັ້ງຢືນເປັນກອງປອດໃສ ປອດໄພ ປອດຄະດີ ປະເພດ I.
ໃນໂອກາດນີ້, ສະຫາຍ ພັນໂທ ວິໄລສິນ ນິນທະສອນ ໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ກອງວາລະສານປ້ອງກັນຊາດ ເພີ່ມທະວີເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ, ກຳແໜ້ນໜ້າທີ່ການເມືອງຂອງກົມກອງ, ເອົາໃຈໃສ່ເຮັດໃຫ້ກົມກອງມີຄວາມສະຫງົບ, ມີສະຕິລະວັງຕົວສູງ, ເປັນເຈົ້າການ ຕ້ານ ແລະ ສະກັດກັ້ນບັນຫາປະກົດການຫຍໍ້ທໍ້ຕ່າງໆ ບໍ່ໃຫ້ເກີດຂຶ້ນກັບກົມກອງ, ສືບຕໍ່ຍູ້ແຮງຂະບວນການວຽກງານປ້ອງກັນພາຍໃນ ໂດຍຖືເອົາການກໍ່ສ້າງກອງ 3 ປອດ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ພ້ອມກັນເຄື່ອນໄຫວປະຕິບັດໜ້າທີ່ວິຊາສະເພາະຂອງກົມກອງ ໃຫ້ມີຜົນສໍາເລັດຢ່າງຈົບງາມ.

ກ່ຽວກັບ mps