ໃນວັນທີ 20 ມິຖຸນາ 2025 ນີ້, ຢູ່ທີ່ຫ້ອງວ່າການປົກຄອງ ແຂວງບໍລິຄຳໄຊ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງ ຂອງແຂວງບໍລິຄຳໄຊ; ມີທ່ານ ສອນທະນູ ທຳມະວົງ ເຈົ້າແຂວງ ແຂວງບໍລິຄຳໄຊ ພ້ອມດ້ວຍຄະນະນຳຂອງແຂວງ, ບັນດາຫົວໜ້າພະແນກການ, ເຈົ້າເມືອງ ແລະ ຜູ້ຕາງໜ້າພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດນີ້, ເຈົ້າແຂວງ ແຂວງບໍລິຄຳໄຊ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ທີ່ພົ້ນເດັ່ນ ໄລຍະ 6 ເດືອນຕົ້ນປີ 2025 ເຫັນວ່າ: ທົ່ວແຂວງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ ຂະຫຍາຍຕົວ 5%, ລາຍຮັບສະເລ່ຍໃສ່ຫົວຄົນໄດ້ 1.950 ໂດລາສະຫະລັດຕໍ່ປີ, ການເກັບລາຍຮັບເຂົ້າງົບປະມານ ໄດ້ 1.684 ຕື້ກວ່າກີບ ເທົ່າກັບ 77% ຂອງແຜນການປີ, ແຜນລາຍຈ່າຍ ປະຕິບັດໄດ້ 45% ຂອງແຜນການປີ; ການຜະລິດເຂົ້ານາແຊງ 1.524 ເຮັກຕາ ໄດ້ຜົນຜະລິດ 6.000 ກວ່າໂຕນ ເທົ່າກັບ 77% ຂອງແຜນການ; ສາມາດສົ່ງອອກຢາງພາລາ ໄດ້ 55 ພັນກວ່າໂຕນ ມູນຄ່າເກືອບ 86 ລ້ານໂດລາສະຫະລັດ, ສົ່ງອອກມັນຕົ້ນ ໄດ້ 2 ແສນກວ່າໂຕນ ມູນຄ່າເກືອບ 32 ລ້ານໂດລາສະຫະລັດ; ການປະຕິບັດບັນດາຄາດໝາຍຕົວຊີ້ວັດດ້ານການພັດທະນາ ໃນຂົງເຂດສຶກສາ ສາມາດບັນລຸຕາມຄາດໝາຍ ແຕ່ຍັງມີຄວາມທ້າທາຍ ເປັນຕົ້ນ ອັດຕາການປະລະການຮຽນ ຂອງນັກຮຽນຊັ້ນຕ່າງໆ, ພື້ນຖານໂຄງລ່າງຈໍານວນໜຶ່ງ ຖືກອຸທົກກະໄພ, ຊຸດໂຊມ, ຄູສອນບໍ່ພຽງພໍ ໂດຍສະເພາະ ສາຍທໍາມະຊາດ. ສໍາລັບດ້ານສາທາລະນະສຸກ ໂດຍພື້ນຖານ ປະຊາຊົນ ສາມາດເຂົ້າເຖິງ ຢູ່ທຸກເມືອງ ແລະ ຢູ່ຂັ້ນບ້ານ ກໍສາມາດເຂົ້າເຖິງໃນອັດຕາສ່ວນສູງ; ທົ່ວແຂວງ ມີຄອບຄົວພົ້ນທຸກ ກວມ 97%, ບ້ານພົ້ນທຸກ ກວມ 94% ແລະ ບ້ານພັດທະນາ ກວມ 80%.
ໃນໂອກາດດຽວກັນ, ນາຍົກລັດຖະມົນຕີ ໄດ້ມີຄຳເຫັນເຈາະຈີ້ມຕື່ມບາງດ້ານ ເພື່ອໃຫ້ຂະແໜງການກ່ຽວຂ້ອງຂອງແຂວງ ລາຍງານເພີ່ມເຕີມ ເປັນຕົ້ນ ສະພາບການຄຸ້ມຄອງໂຄງການລົງທຶນໃນຂະແໜງບໍ່ແຮ່; ສະພາບການຄຸ້ມຄອງ ແລະ ກໍ່ສ້າງ-ປັບປຸງ ເສັ້ນທາງພາຍໃນແຂວງ, ລວມທັງ ແຜນການສ້າງທາງດ່ວນ ວຽງຈັນ-ຮ່າໂນ້ຍ; ການແກ້ໄຂບັນຫາຂາດເຂີນຄູສອນ; ການຄຸ້ມຄອງ ການນຳເຂົ້າ ແລະ ສົ່ງອອກສິນຄ້າ, ລວມທັງ ການສົ່ງເສີມການຜະລິດ ເພື່ອຫຼຸດຜ່ອນການນຳເຂົ້າສິນຄ້າ. ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ໄດ້ມີຄຳເຫັນພົບປະໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ຍົກໃຫ້ເຫັນສະພາບຄວາມຫຍຸ້ງຍາກ ແລະ ຜົນກະທົບຕ່າງໆ ຈາກປັດໄຈພາຍໃນ ແລະ ຕ່າງປະເທດ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ; ຄວາມພະຍາຍາມ ແລະ ເອົາໃຈໃສ່ ຂອງສູນກາງພັກ, ລັດຖະບານ ແລະ ບັນດາອົງການປົກຄອງທ້ອງຖິ່ນ ຕໍ່ແກ້ໄຂບັນຫາຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເຮັດໃຫ້ປະເທດເຮົາ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ຄວາມເຄັ່ງຕຶງທາງດ້ານເສດຖະກິດ-ການເງິນ ຄ່ອຍໆ ຜ່ອນຄາຍລົງເປັນກ້າວໆ, ບົດບາດ ຂອງ ສປປ ລາວ ໃນເວທີພາກພື້ນ ແລະ ສາກົນ ກໍ່ນັບມື້ພົ້ນເດັ່ນຫຼາຍຂຶ້ນ. ນອກນັ້ນ, ທ່ານ ຍັງສະເໜີແຜນວຽກຈຸດສຸມ ຂອງລັດຖະບານ ໃນປີ 2025 ໂດຍສະເພາະ ແຜນສູ້ຊົນຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ໃຫ້ປະກົດຜົນເປັນຈິງ, ລວມທັງ ການສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດ ໃນປີ 2025 ໃຫ້ເປັນຂະບວນການຟົດຟື້ນ-ກວ້າງຂວາງ, ມີເນື້ອໃນ ແລະ ສຳເລັດຕາມແຜນທີ່ວາງໄວ້. ອັນສຳຄັນ, ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ໃນຕໍ່ໜ້າ ຕື່ມບາງດ້ານ ເປັນຕົ້ນ ສືບຕໍ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ; ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດສະບຽງອາຫານ ແລະ ເປັນສິນຄ້າໃຫ້ຫຼາຍຂຶ້ນ ເພື່ອທົດແທນການນຳເຂົ້າສິນຄ້າ; ສືບຕໍ່ຈັດທີ່ດິນ, ສ້າງອາຊີບຄົງທີ່ ແລະ ຈັດສັນຢູ່ອາໄສ ໃຫ້ປະຊາຊົນ ເພື່ອປັບປຸງຊີວິການເປັນຢູ່ຂອງເຂົາເຈົ້າໃຫ້ນັບມຶື້ດີຂຶ້ນ; ເອົາໃຈໃສ່ວຽກງານສະຖິຕິ ແລະ ກຳຮາກຖານໃຫ້ດີ, ມີຄວາມຖືກຕ້ອງ ໂດຍສະເພາະ ຂໍ້ມູນພົນລະເມືອງ, ທ່າແຮງ, ຂໍ້ຈຳກັດ ແລະ ສິ່ງທ້າທາຍຕ່າງໆ; ສືບຕໍ່ເປັນເຈົ້າການປັບປຸງ-ກໍ່ສ້າງເສັ້ນທາງ ຕາມຂອບເຂດຮັບຜິດຊອບຂອງຕົນ ໃຫ້ສາມາດໄປມາໄດ້ສະດວກ; ສົມທົບພາກສ່ວນກ່ຽວຂ້ອງ ຄຸ້ມຄອງການນຳໃຊ້ສື່ສັງຄົມອອນລາຍ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ, ທັງຕອບໂຕ້ການໃສ່ຮ້າຍປ້າຍສີຂອງກຸ່ມຄົນບໍ່ດີຢ່າງທັນການ ໄປຄຽງຄູ່ກັບການເຮັດວຽກໂຄສະນາເຜີຍແຜ່ ຢ່າງເປັນປົກກະຕິ, ກວ້າງຂວາງ ແລະ ຫຼາຍຮູບຫຼາຍສີ; ສືບຕໍ່ຈັດຕັ້ງຜັນຂະຫຍາຍ ດຳລັດ ວ່າດ້ວຍລົດຂອງລັດ ເຂົ້າສູ່ລວງເລິກ ໃຫ້ໄດ້ຮັບໝາກຜົນຫຼາຍກວ່າເກົ່າ, ພ້ອມທັງ ແກ້ໄຂພາຫະນະ ທີ່ນຳເຂົ້າບໍ່ຖືກຕ້ອງ ໃຫ້ຕົກໄປເປັນກ້າວໆ; ສືບຕໍ່ຈັດເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້, ທັງຈຳກັດການຮົ່ວໄຫຼຂອງງົບປະມານ, ຫັນການເກັບລາຍຮັບສູ່ທັນສະໄໝໃຫ້ຫຼາຍຂຶ້ນ ແລະ ປະຕິບັດແຜນລາຍຈ່າຍ ຢ່າງເຄັ່ງຄັດ ບົນພື້ນຖານປະຢັດມັດທະຍັດ ແລະ ວຽກງານ ມີປະສິດທິຜົນ; ສືບຈັດຕັ້ງຜັນຂະຫຍາຍ ມະຕິ ຂອງຄະນະບໍລິຫານງານສູນກາງພັກ ໂດຍສະເພາະ ການສ້າງຕັ້ງຕາແສງ ຢູ່ບັນດາທ້ອງຖິ່ນທີ່ມີເງື່ອນໄຂແລ້ວ, ລວມທັງ ການປັບປຸງກົງຈັກການຈັດຕັ້ງ ໃຫ້ເປັນເອກະພາບ ຕາມສາຍຕັ້ງຂອງສູນກາງ; ສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິ ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ໃຫ້ປະກົດຜົນເປັນຈິງ; ກະກຽມສະເຫຼີມສະຫຼອງ ວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ ໃຫ້ມີຄວາມພ້ອມຮອບດ້ານ, ເໝາະສົມກັບເງື່ອນໄຂຕົວຈິງຂອງແຂວງ ບົນພື້ນຖານປະຢັດມັດທະຍັດ, ເປັນຂະບວນການຟົດຟື້ນ, ມີເນື້ອໃນເລິກເຊິ່ງ, ປຸກລະດົມໄດ້ ຈິດໃຈປະຕິວັດ ແລະ ການມີສ່ວນຮ່ວມ ຂອງທົ່ວສັງຄົມ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ນາຍົກລັດຖະມົນຕີ ພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງ ແຂວງບໍລິຄຳໄຊ