ໃນວັນທີ 14 ກໍລະກົດ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ເປີດກອງປະຊຸມດຳເນີນຊີວິດການເມືອງ ໃນໂອກາດກະກຽມກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາກຳມະການສູນກາງພັກ, ຄະນະພັກ-ຄະນະນໍາ ກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, ເລຂາ, ຮອງເລຂາຄະນະພັກບັນດາອົງການ, ຫ້ອງການ, ກົມອ້ອມຂ້າງກະຊວງ, ກອງພົນ, ກອງບັນຊາການທະຫານອາກາດ, ກອງບັນຊາການທະຫານຊາຍແດນ, ກອງບັນຊາການທະຫານແຂວງ-ນະຄອນຫຼວງ, ວິທະຍາຄານ, ກອງພັນໃຫຍ່, ໂຮງຮຽນ, ໂຮງໝໍ ແລະ ບໍລິສັດ ວິສາຫະກິດກອງທັບ ເຂົ້າຮ່ວມ. ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ກ່າວເປີດກອງປະຊຸມ ບາງຕອນວ່າ: ການດໍາເນີນຊີວິດການເມືອງໃນຄັ້ງນີ້, ສຸດທີ່ມີຄວາມໝາຍສໍາຄັນ, ດັ່ງທີ່ພວກເຮົາໄດ້ຮັບຮູ້ ພັກປະຊາຊົນປະຕິວັດລາວ ເປັນພັກກຳອຳນາດ, ມີໜ້າທີ່ນໍາພາປວງຊົນລາວທັງຊາດ ສືບຕໍ່ປະຕິບັດພາລະກິດປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ, ນໍາພາປະເທດຊາດ ຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ແລະ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ. ດັ່ງນັ້ນ, ການດໍາເນີນຊີວິດການເມືອງທົ່ວກອງທັບຄັ້ງນີ້ ແມ່ນຄວາມຈໍາເປັນພາວະວິໄສ, ແມ່ນຄວາມຮຽກຮ້ອງຕ້ອງການອັນຮີບດ່ວນ ເພື່ອປັບປຸງ, ເຊີດຊູສະຕິຄວາມຮັບຜິດຊອບຂອງຄະນະພັກ, ສະມາຊິກພັກໃນການເຄົາລົບ ແລະ ປະຕິບັດບັນດາຫຼັກການກໍ່ສ້າງພັກ ເຊິ່ງກ່ອນອື່ນໝົດ ແມ່ນຫຼັກການລວມສູນປະຊາທິປະໄຕ, ຫຼັກການຕິຊົມຕົນເອງ ແລະ ຕິຊົມກັນ; ແກ້ໄຂປະກົດການຫຍໍ້ທໍ້ດ້ານຕ່າງໆ ພາຍໃນພັກ ເປັນຕົ້ນ: ການຖືເບົາເຝິກຝົນຫຼໍ່ຫຼອມຕົນເອງ, ປະກົດການເສື່ອມຄຸນປ່ຽນທາດ, ພະຍາດອາດຍາສິດ, ເອກະຊົນ, ສໍ້ລາດບັງຫຼວງ, ການຝ່າຝືນລ່ວງລະເມີດລະບຽບກົດໝາຍ ທີ່ພວມປະກົດຂຶ້ນຢ່າງແຜ່ຫຼາຍຢູ່ພາຍໃນພັກ ແນໃສ່ສ້າງໃຫ້ພັກມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ການດໍາເນີນຊີວິດການເມືອງຄັ້ງນີ້ ຍັງເປັນການທົບທວນຄືນທາດແທ້ມູນເຊື້ອປະຕິວັດອັນສະຫງ່າລາສີ ຂອງກອງທັບ ພາຍໃຕ້ການນໍາພາຂອງພັກ, ທັງເປັນການເຊີດຊູຍົກສູງຄຸນນະພາບໃນການເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ປັບປຸງແບບແຜນວິທີເຮັດວຽກ ຂອງພະນັກງານ-ສະມາຊິກພັກ ເພື່ອໃຫ້ສອດຄ່ອງກັບເງື່ອນໄຂໄໝ່ ໃນການປະຕິບັດໜ້າທີ່ການເມືອງຂອງກອງທັບ “ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ”. ພ້ອມດຽວກັນນີ້, ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ແຕ່ລະຫາຍ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ກອງປະຊຸມດໍາເນີນຊີວິດການເມືອງເທື່ອນີ້ໃຫ້ດີທີ່ສຸດ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ປະກອບຄໍາເຫັນຢ່າງກົງໄປກົງມາຕໍ່ເນື້ອໃນຕ່າງໆ ໃຫ້ເລິກເຊິ່ງ, ຊອກໃຫ້ເຫັນດ້ານດີ, ຜົນງານທີ່ເຮັດໄດ້ ແລະ ພຶດຕິກຳຕົວຈິງໃນຊຸມປີຜ່ານມາ ເພື່ອສືບຕໍ່ຜັນຂະຫຍາຍ ພ້ອມນັ້ນ, ຕ້ອງຊອກໃຫ້ເຫັນ ບັນຫາທີ່ເປັນຈຸດອ່ອນຂໍ້ຄົງຄ້າງ ໂດຍສົມທຽບຕົວຈິງຢູ່ອົງການ, ກົມກອງ ເພື່ອຊອກຫາວິທີ່ປັບປຸງແກ້ໄຂ. ບັນດາສະຫາຍຈົ່ງເຊີດຊູຄວາມຮັບຜິດຊອບ, ຕັດສິນໃຈອົດທົນຜ່ານຜ່າຄວາມອິດເມື່ອຍຕ່າງໆ ພ້ອມກັນເປັນເຈົ້າການດໍາເນີນກອງປະຊຸມໃຫ້ສໍາເລັດຜົນເປັນຢ່າງດີ. ເອກະສານທີ່ນໍາມາເຊື່ອມຊຶມໃນຄັ້ງນີ້ ປະກອບມີ: I. ຮໍ່າຮຽນເອົາແບບແຜນວິທີເຮັດວຽກ ແລະ ຄຸນສົມບັດສິນທຳປະຕິວັດ ຂອງປະທານ ໄກສອນ ພົມວິຫານ, II. ເຝິກຝົນຫຼໍ່ຫຼອມຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ຂອງພະນັກງານ, ສະມາຊິກພັກ ໃນເງື່ອນໄຂປັດຈຸບັນ, III. ມາດຕະຖານຂອງພະນັກງານ, ສະມາຊິກພັກ ໃນເງື່ອນໄຂໃໝ່, VI. ມະຕິ ກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານສູນກາງພັກ ສະໄໝທີ XI. ກອງປະຊຸມຄັ້ງນີ້, ຈະໄດ້ດໍາເນີນເປັນເວລາ 2 ວັນ ຈຶ່ງຈະສຳເລັດ.
ນັກຂ່າວ:ໄຊຍະເສນ ແກ້ວມະນີວົງ
Home / ທິດສະດີຊີ້ນຳ / ກອງປະຊຸມດຳເນີນຊີວິດການເມືອງ ໃນໂອກາດກະກຽມກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ