Home / ທິດສະດີຊີ້ນຳ / ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ SCS ຈຳກັດ ມອບເງິນຊຸກຍູ້ການພິມ ໃຫ້ກອງວາລະສານປ້ອງກັນຊາດ

ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ SCS ຈຳກັດ ມອບເງິນຊຸກຍູ້ການພິມ ໃຫ້ກອງວາລະສານປ້ອງກັນຊາດ



ໃນວັນທີ 15 ກໍລະກົດ 2025 ນີ້, ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ SCS ຈຳກັດ, ມອບເງິນຊຸກຍູ້ໃຫ້ກອງວາລະສານປ້ອງກັນຊາດ ຈຳນວນ 10.000.000 ກີບ ເພື່ອນໍາໃຊ້ເຂົ້າໃນການພິມວາລະສານປ້ອງກັນຊາດ ໂດຍການກ່າວມອບຂອງ ທ່ານ ສົມເພັດ ສຸພັດທອນ ອຳນວຍການ ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ SCS ຈຳກັດ ແລະ ກ່າວຮັບໂດຍສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງວາລະສານປ້ອງກັນຊາດ, ພ້ອມດ້ວຍຄະນະ.
ໂອກາດນີ້, ສະຫາຍພັນໂທ ບຸນໄມ ແສງອາລຸນ ໄດ້ສະແດງຄວາມຂອບໃຈ ຕໍ່ອໍານວຍການບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ SCS ຈຳກັດ ທີ່ມອບວັດຖຸປັດໃຈ ຊຸກຍູ້ປະກອບສ່ວນໃຫ້ແກ່ ກອງວາສານປ້ອງກັນຊາດ ເພື່ອນໍາໃຊ້ເຂົ້າໃນການຈັດພິມປຶ້ມວາລະສານປ້ອງກັນຊາດ ໃຫ້ມີສີສັນຈົບງາມ, ພ້ອມດຽວກັນນັ້ນສະຫາຍຍັງໃຫ້ຄຳໝັ່ນສັນຍາວ່າຈະນໍາເງິນດັ່ງກ່າວໄປໝູນໃຊ້ເຂົ້າໃນວຽກງານໃຫ້ຖືກຕ້ອງ ແລະ ເກີດປະໂຫຍດສູງສຸດ.
ໂດຍ: ສອນທະສິນ ໄຊຍົນ

ກ່ຽວກັບ mps