
ວັນທີ 1 ສິງຫາ 2025 ຜ່ານມານີ້, ກອງວາລະສານປ້ອງກັນຊາດ ໄດ້ລົງຢ້ຽມຢາມ ພະນັກງານບໍານານ ນໍາໂດຍ ສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງວາລະສານປ້ອງກັນຊາດ, ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຍາມ ສະຫາຍ ພັນໂທ ບຸນມາ ອິນຕາວັນ ອະດີດຫົວໜ້າກອງວາລະສານປ້ອງກັນຊາດ, ການເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ເປັນການຢ້ຽມຍາມຖາມຂ່າວ ແລະ ສະແດງຄວາມຮູ້ບຸນຄຸນ ຂອງສະຫາຍທີ່ໄດ້ປະຕິບັດໜ້າທີ່ວຽກງານການເມືອງໃນຕະຫຼອດໄລຍະຜ່ານມາສະຫາຍເປັນຜູ້ທໍາອິດທີ່ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າກອງບັນນາທິການວາລະສານປ້ອງກັນຊາດໃນວັນທີ່27/2/2015. ດັ່ງນັ້ນຜົນງານດ້ານຕ່າງໆທີ່ສະຫາຍໄດ້ສ້າງມາ.ເປັນບົດຮຽນໃຫ້ຮຸ່ນຕໍ່ໄປໄດ້ສືບທອດແລະນໍາໄປຈັດຕັ້ງປະຕິບັດຜັນຂະຫຍາຍໃຫ້ເກີດດອກອອກຜົນ.
ໂດຍ: ພາວະດີ ວົງພົມ
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ຄະນະພັກ-ຄະນະບັນຊາ ກອງວາລະສານປ້ອງກັນຊາດ ລົງຢ້ຽມຍາມ ພະນັກງານບໍານານ
mps.gov.la ວາລະສານປ້ອງກັນຊາດ