Home / ທິດສະດີຊີ້ນຳ / ກົງຈັກການຈັດຕັ້ງ / ປະກາດການຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ເປັນມໍຣະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດ ຂອງ ສປປ ລາວ

ປະກາດການຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ເປັນມໍຣະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດ ຂອງ ສປປ ລາວ


ໃນວັນທີ 22 ສິງຫາ 2025 ນີ້, ທີ່ກະຊວງປ້ອງກັນປະເທດ ໄດ້ມີພິທີ ປະກາດການຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ເປັນມໍຣະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດ ຂອງ ສປປ ລາວ ໂດຍມີ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ນາງ ຫວໍ ທິແອັງ ຊວນ ກໍາມະການສູນກາງພັກ ກອມມູນິດຫວຽດນາມ, ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ, ມີ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ເຂົ້າຂ້ອງທັງສອງຝ່າຍເຂົ້າຮ່ວມ.
ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດລາຍງານຫຍໍ້ຜົນສໍາເລັດການເຄື່ອນໄຫວສໍາຫຼວດ ແລະ ສ້າງເປັນເອກະສານມູນເຊື້ອຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ໃຫ້ຮູ້ວ່າ: ລາວ ແລະ ຫວຽດນາມ ເປັນປະເທດບ້ານໃກ້ເຮືອນຄຽງ, ເປັນເພື່ອນມິດຍຸດທະສາດ, ມີອຸດົມການອັນດຽວກັນ, ມີມູນເຊື້ອສາມັກຄີຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຕ້ານກັບສັດຕູຜູ້ຮຸກຮານໂຕດຽວກັນ, ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຂອງພາລະກິດຕໍ່ສູ້ປົດປ່ອຍຊາດ ຕ້ານກັບການຮຸກຮານ ຂອງຈັກກະພັດອາເມຣິກາ, ມາຮອດເດືອນທັນວາ ປີ 1960 ສູນກາງພັກປະຊາຊົນລາວ (ພັກປະຊາຊົນປະຕິວັດລາວໃນປັດຈຸບັນ) ແລະ ພັກແຮງງານຫວຽດນາມ (ພັກກອມມູນິດຫວຽດນາມໃນປັດຈຸບັນ) ໄດ້ຕົກລົງເປັນເອກະພາບ ສຳຫຼວດ ແລະ ກໍ່ສ້າງເສັ້ນທາງຍຸດທະສາດ “ເສັ້ນທາງໂຮ່ຈີມິນ ຜ່ານດິນລາວ”. ໃນສະພາບຄວາມເປັນຈິງທາງດ້ານປະຫວັດສາດ ໄດ້ພິສູດໃຫ້ເຫັນແລ້ວວ່າ: ເສັ້ນທາງໂຮ່ຈີມິນ ຜ່ານດິນລາວ ບໍ່ພຽງແຕ່ມີພາລະບົດບາດອັນສໍາຄັນ ເປັນເສັ້ນທາງລຳລຽງ ຂົນສົ່ງຍຸດທະສາດທາງດ້ານການທະຫານ, ພະລາທິການເທົ້ານັ້ນ ແຕ່ຍັງມີບົດບາດອັນສໍາຄັນ ກາຍເປັນທີ່ໝັ້ນຍຸດທະສາດ ເປັນບ່ອນອີງປະກອບສ່ວນຊ່ວຍໜູນອັນສໍາຄັນໃຫ້ແກ່ການຕໍ່ສູ້ ຂອງປະຊາຊົນລາວ, ຂະບວນການຕໍ່ສູ້ປົດປ່ອຍຊາດ ຂອງປະຊາຊົນພາກໃຕ້ຫວຽດນາມ ແລະ ຂະບວນການຕໍ່ສູ້ປະຕິວັດ ຂອງປະຊົນກຳປູເຈຍ ຕີເອົາຊະນະສັດຕູຜູ້ຮຸກຮານ ກ້າວໄປເຖິງການປົດປ່ອຍພາກໃຕ້ຫວຽດນາມ ຂອງກອງທັບ ແລະ ປະຊາຊົນຫວຽດນາມອ້າຍນ້ອງ. “ເສັ້ນທາງໂຮ່ຈີມິນ ຜ່ານດິນລາວ” ຍັງຖືວ່າເປັນເສັ້ນທາງຮັບໃຊ້ສະໜາມຮົບລວມ ຂອງ 3 ປະເທດ: ລາວ, ຫວຽດນາມ ແລະ ກຳປູເຈຍ, ກາຍເປັນມໍຣະດົກໜຶ່ງ ຂອງການຮ່ວມສຳພັນສູ້ຮົບ ແລະ ຄວາມສາມັກຄີພິເສດ ອັນບໍລິສຸດຜຸດຜ່ອງ ຂອງປະຊາຊົນສອງຊາດ ລາວ-ຫວຽດນາມ. ເຫັນໄດ້ຄວາມໝາຍຄວາມສຳຄັນດັ່ງກ່າວ, ພັກ-ລັດຖະບານ ລາວ ແລະ ຫວຽດນາມ ຈິ່ງຕົກລົງມອບໝາຍໃຫ້ສອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແຕ່ງຕັ້ງຄະນະຮັບຜິດຊອບຮ່ວມກັນ ລົງສໍາຫຼວດ, ເກັບກຳບັນດາຮ່ອງຮອຍທາງປະຫວັດສາດ ຕາມແລວເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ຜ່ານດິນລາວ ເລີ່ມມາແຕ່ ປີ 2023-2024 ຈຶ່ງສໍາເລັດ.
ຜົນສໍາເລັດ ຂອງໂຄງການດັ່ງກ່າວ ຄະນະສໍາຫຼວດທັງສອງຝ່າຍ (ລາວ-ຫວຽດນາມ) ໄດ້ຮ່ວມກັນລົງສໍາຫຼວດຕົວຈິງ ແຕ່ວັນທີ 23 ມີນາ 2023-9 ເມສາ 2023, ເປົ້າໝາຍລົງສໍາຫຼວດມີ 19 ຈຸດ ທີ່ນອນຢູ່ໃນ 7 ແຂວງ ພາກກາງ ແລະ ພາກໃຕ້ ຂອງ ສປປ ລາວ ຄື: ແຂວງບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ແຂວງອັດຕະປື, ແຕ່ຄະນະຂອງພວກເຮົາລົງສໍາຫຼວດໄດ້ພຽງແຕ່ 18 ຈຸດ ຍັງອີກ 1 ຈຸດ ບໍ່ສາມາດເຂົ້າເຖິງໄດ້ຍ້ອນຫຼາຍປັດໄຈ. ການລົງສໍາຫຼວດຂອງຄະນະພວກເຮົາ ເວົ້າລວມແມ່ນພົບຄວາມຫຍຸ້ງຍາກຫຼາຍດ້ານ ເຊັ່ນ: ມີບາງຮ່ອງຮອຍກໍຖືກລຶບ ແລະ ມີການປ່ຽນແປງໄປຕາມການເວລາ, ບາງຮ່ອງຮອຍກໍຖືກປະຊາຊົນນໍາໃຊ້ເຮັດການຜະລິດ ແຕ່ຄະນະໄດ້ເຮັດສຳເລັດການສໍາຫຼວດບັນດາຈຸດຮ່ອງຮອຍຕາມແຜນການ. ຈາກນັ້ນ, ຈຶ່ງໄດ້ຮວບຮວມຂໍ້ມູນດ້ານຕ່າງໆ ເພື່ອສ້າງເປັນເອກະສານສໍາຄັນຢັ້ງຢືນທາງປະຫວັດສາດ, ນໍາສະເໜີລັດຖະບານ ແລະ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ເພື່ອຮັບຮອງເອົາ ເປັນມໍຣະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດ ຂອງ ສປປ ລາວ. ພາຍຫຼັງສຳເລັດການສໍາຫຼວດຂໍ້ມູນ ຄະນະຝ່າຍຫວຽດນາມ ໄດ້ຮີບດ່ວນຄົ້ນຄວ້າ ແລະ ສ້າງເປັນເອກະສານປຶ້ມຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ແລະ ຈັດພິມເປັນປຶ້ມສອງສະບັບຄື: ສະບັບພາສາລາວ ແລະ ພາສາຫວຽດນາມ ແລ້ວສົ່ງມາໃຫ້ຄະນະວິຊາການຝ່າຍລາວ ໂດຍຜ່ານຊ່ອງທາງການທູດ ເພື່ອໃຫ້ຄະນະວິຊາການຝ່າຍລາວ ກວດກາ, ຮຽບຮຽງຄືນບັນດາເນື້ອໃນ, ຄໍາສັບໃຫ້ຖືກຕ້ອງກັບຫຼັກໄວຍາກອນພາສາລາວ. ດັ່ງນັ້ນ, ຄະນະວິຊາການທັງສອງຝ່າຍ ຈຶ່ງໄດ້ຈັດຕັ້ງຮຽບຮຽງຄືນບັນດາເນື້ອໃນເອກະສານດັ່ງກ່າວ ໃຫ້ຖືກຕ້ອງຮັດກຸມກວ່າເກົ່າດ້ວຍເວລາອັນສັ້ນ ແລະ ເຄັ່ງຮ້ອນ, ຮອດວັນທີ 13 ມິຖຸນາ 2024 ໄດ້ສໍາເລັດຕາມແຜນການ, ພາຍຫຼັງທີ່ທັງສອງຝ່າຍໄດ້ຄົ້ນຄວ້າ, ຮຽບຮຽງຄືນສໍາເລັດ ຄະນະວິຊາການຝ່າຍລາວ ໄດ້ລາຍງານໃຫ້ກະຊວງປ້ອງກັນປະເທດ ເພື່ອຂໍທິດຊີ້ນໍາໃນການຈັດພິມ ແລະ ດໍາເນີນຂັ້ນຕອນເອກະສານ. ໃນນັ້ນ, ກະຊວງປ້ອງກັນປະເທດ ຕົກລົງຈັດພິມເປັນປຶ້ມຂັ້ນພື້ນຖານ ຈຳນວນ 6 ຊຸດ, ລວມມີ 18 ຫົວ ຄື: ປຶ້ມຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ຈໍານວນ 6 ຫົວ; ປຶ້ມຮູບພາບບັນລະຍາຍ ຈຳນວນ 6 ຫົວ ແລະ ປຶ້ມແຜນທີ່, ຈຸດທີ່ຕັ້ງຊີ້ບອກເສັ້ນທາງເຂົ້າຫາຮ່ອງຮອຍ ຈຳນວນ 6 ຫົວ, ຫຼັງຈາກຈັດພິມສຳເລັດ ກະຊວງປ້ອງກັນປະເທດໄດ້ຮ່າງໜັງສືສະເໜີ ໃຫ້ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພິຈາລະນາຮັບຮອງເອົາບັນດາເອກະສານຢັ້ງຢືນ ແລະ ຈຸດຮ່ອງຮອຍເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ເປັນຮ່ອງຮອຍປະຫວັດສາດ ລະດັບຊາດ ຂອງຊາດລາວ (ໂດຍຜ່ານອົງການທີ່ກ່ຽວຂ້ອງ), ໂດຍໄດ້ຮັບການຊີ້ນໍາ ຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ການກວດແກ້ທາງດ້ານເນື້ອໃນເອກະສານຈາກວິຊາການຂອງກົມມໍຣະດົກ ເຫັນວ່າຖືກຕ້ອງຕາມລະບຽບຫຼັກການ, ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຈຶ່ງໄດ້ອອກຂໍ້ຕົກລົງ ແລະ ໃບຢັ້ງຢືນ ວ່າດ້ວຍ ການຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ເປັນມໍຣະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດ ຂອງ ສປປ ລາວ.
ຫຼັງຈາກນັ້ນ, ສະຫາຍ ປອ ທອງລິດ ຫຼວງໂຄດ ຮອງຫົວໜ້າກົມມໍຣະດົກ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ວ່າດ້ວຍການຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ເປັນມໍຣະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດ ຂອງ ສປປ ລາວ.
ໃນພິທີ ສະຫາຍ ນາງ ດາລານີ ພົມມະວົງສາ ຮອງລັດຖະມົນກະຊວງວັດທະນໍາ ແລະ ການທ່ອງທ່ຽວ ໄດ້ມອບໃບຢັ້ງຢືນຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ເປັນມໍຣະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດ ຂອງ ສປປ ລາວ ໃຫ້ກະຊວງປ້ອງກັນປະເທດ ໂດຍຕາງໜ້າການກ່າວຮັບ ຂອງສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ.

ກ່ຽວກັບ mps