



ວັນທີ 2 ກັນຍາ 2025 ນີ້, ພະແນກສະຫະພັນແມ່ຍິງ ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານ ສູນກາງແມ່ຍິງລາວ ຄັ້ງທີ 4 ສະໄໝທີ VIII, ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX ແລະ ແຜນພັດທະນາແມ່ຍິງທົ່ວກອງທັບ ໄລຍະ 5 ປີ (2021-2025), ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ, 3 ສູນ, ຄະນະນໍາສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ.
ສະຫາຍ ພັນຕີ ນາງ ມະໂນລັກ ປັນຍາທອງ ຫົວໜ້າພະແນກສະຫະພັນແມ່ຍິງ ຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານ ສູນກາງແມ່ຍິງລາວ ຄັ້ງທີ 4 ສະໄໝທີ VIII, ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX ແລະ ຜ່ານມະຕິກອງປະຊຸມຜູ້ແທນແມ່ຍິງກອງທັບ ຄັ້ງທີ IX ບາງຕອນໃຫ້ຮູ້ວ່າ: ໂດຍປະຕິບັດຕາມທິດທາງວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາແມ່ຍິງແຫ່ງຊາດ 5 ປີ ຄັ້ງທີ VIII (2021-2025) ເພື່ອບັນລຸຕາມເປົ້າໝາຍ 10 ແຜນງານ 65 ໂຄງການ ຂອງແຜນພັດທະນາແມ່ຍິງແຫ່ງຊາດວາງອອກ. ໃນໄລຍະຜ່ານມາ, ສະຫະພັນແມ່ຍິງກອງທັບ ໄດ້ຫັນເອົາແຜນງານ, ໂຄງການດັ່ງກ່າວ ມາເປັນແຜນພັດທະນາແມ່ຍິງກອງທັບ ປະກອບດ້ວຍ 10 ແຜນງານ 54 ໂຄງການ ເຂົ້າໃນວຽກງານຕົວຈິງຕາມສະພາບຈຸດພິເສດ ແລະ ເງື່ອນໄຂຕົວຈິງ ຂອງແຕ່ລະກົມກອງ ເຫັນໄດ້ວ່າ ສະມາຊິກສະຫະພັນແມ່ຍິງກອງທັບ ມີຄຸນທາດການເມືອງໜັກແໜ້ນ, ເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິ, ຄໍາສັ່ງຂອງຂັ້ນເທິງ, ມີຄວາມສາມັກຄີເປັນເອກະພາບພາຍໃນ-ພາຍນອກຢ່າງແໜ້ນແຟ້ນ, ມີສະຕິຕໍ່ກົນອຸບາຍມ້າງເພທໍາລາຍຂອງກຸ່ມຄົນບໍ່ຫັວງດີ, ຫ້າວຫັນໃນການປະຕິບັດໜ້າທີ່ການເມືອງ ດ້ວຍຄວາມຮັບຜິດຊອບສູງ, ໄດ້ຮັບການປັບປຸງຕາມທິດຊີ້ນໍາ ຂອງຄະນະພັກກະຊວງປ້ອງກັນປະເທດ ກໍຄືກົມໃຫຍ່ການເມືອງກອງທັບ ຢ່າງເປັນລະບົບ, ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີແບບແຜນການນໍາພາ-ຊີ້ນໍາ ຢ່າງຖືກຕ້ອງ ແລະ ເຂັ້ມງວດ, ເປັນເຈົ້າການໃນການພັດທະນາ ແລະ ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ ເພື່ອປະກອບສ່ວນໃນການປະຕິບັດສົນທິສັນຍາ ວ່າດ້ວຍການລົບລ້າງທຸກຮູບແບບຕໍ່ການຈໍາແນກແມ່ຍິງ ເປັນເຈົ້າການສົ່ງເສີມຄວາມສະເໝີພາບ ຍິງ-ຊາຍໃນສັງຄົມ ແລະ ຄອບຄົວ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດເປັນຮູບປະທໍາຕົວຈິງຫຼາຍຂຶ້ນ, ສ້າງຄວາມເຂັ້ມແຂງໃຫ້ຄະນະນໍາແມ່ຍິງແຕ່ລະຂັ້ນ ມີຄວາມຮູ້ ຄວາມສາມາດ ໃນການນໍາພາ, ການປາຖະກະຖາ, ການໃຫ້ຄໍາປຶກສາ ໂດຍເຊື່ອມຊຶມບົດບາດ ຍິງ-ຊາຍ ເຂົ້າແຕ່ລະໜ້າວຽກ, ຮັກສາໄດ້ມູນເຊື້ອດຸໝັ່ນເພີ່ມພູນຜະລິດຜົນ, ມີນໍ້າໃຈປະຢັດອົດທົນ, ອະນຸລັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊາດ, ຂອງກອງທັບ ແລະ ຂອງແມ່ຍິງລາວບັນດາເຜົ່າ, ເປັນເຈົ້າການໃນການເຊື່ອມຊຶມເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ ໂດຍຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ແລະ ວຽກງານອື່ນໆ ທີ່ຕິດພັນກັບວຽກງານວິຊາສະເພາະຂອງຕົນໄດ້ເປັນຢ່າງດີ.
ຈາກນັ້ນ, ສະຫາຍ ພັນໂທ ນາງ ສຸພາບ ມະນີວົງ ຮອງຫົວໜ້າພະແນກສະຫະພັນແມ່ຍິງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບແຜນພັດທະນາແມ່ຍິງກອງທັບ ໄລຍະ 5 ປີຜ່ານມາ (2021-2025) ແລະ ທິດທາງແຜນການ ປີ 2026-2030 ໂດຍໄດ້ຍົກເຫັນດ້ານດີ, ດ້ານອ່ອນ ແລະ ບັນດາຂໍ້ຄົງຄ້າງທີ່ຈະຕ້ອງຮີບຮ້ອນແກ້ໄຂ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ຄະນະພັກ-ຄະນະບັນຊາ ພະແນກສະຫະພັນແມ່ຍິງ ແລະ ສະມາຊິກແມ່ຍິງທົ່ວກົມໃຫຍ່ການເມືອງກອງທັບ ສ້າງໄດ້ໃນໄລຍະຜ່ານມາ ພ້ອມທັງ, ເນັ້ນໜັກໃຫ້ສືບຕໍ່ຍົກສູງພາລະບົດບາດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເປັນເຈົ້າການຮັກສາມູນເຊື້ອອັນດີງາມຂອງແມ່ຍິງລາວ ແລະ ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນ ສືບຕໍ່ນໍາພາ-ຊີ້ນໍາ, ອໍານວຍຄວາມສະດວກ ແລະ ໃຫ້ການຊ່ວຍເຫຼືອອົງການຈັດຕັ້ງສະຫະພັນແມ່ຍິງ ໄດ້ເຄື່ອນໄຫວຕາມພາລະບົດບາດຂອງຕົນຢ່າງເຕັມສ່ວນ ໂດຍກຳແໜ້ນຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ລະບຽບກົດໝາຍຂອງລັດ, ບັນດາຂໍ້ກໍານົດ, ກົດລະບຽບຂອງກອງທັບວາງອອກໃຫ້ເຂັ້ມງວດ, ມີແບບແຜນວິທີເຮັດວຽກທີ່ທັນສະໄໝ ພ້ອມກັນນຳເອົາເນື້ອໃນການເຜີຍແຜ່ເຊື່ອມຊຶມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 4 ສະໄໝທີ VIII ຢູ່ ກົມໃຫຍ່ການເມືອງກອງທັບ
mps.gov.la ວາລະສານປ້ອງກັນຊາດ