



ວັນທີ 3 ກັນຍາ 2025 ນີ້, ກອງວາລະສານປ້ອງກັນຊາດ ໄດ້ຈັດພິທີ ປະກາດການແຕ່ງຕັ້ງໜ້າທີ່ຂັ້ນພະແນກການ ໂດຍການເປັນປະທານ ຂອງສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົມຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນນາທິການ, ພະແນກການ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພັນໂທ ສຸກສາຄອນ ຈັນຍາຫານ ຮອງຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງໜ້າທີ່ຂັ້ນພະແນກການ ຂຶ້ນກັບກອງວາລະສານປ້ອງກັນຊາດ, ອີງຕາມ ກົດໝາຍນາຍທະຫານ ກອງທັບປະຊາຊົນລາວ ໃນພາກທີ II ໝວດທີ 4 ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ ໃນນັ້ນ, ກົມໃຫຍ່ການເມືອງກອງທັບ ຕົກລົງ ແຕ່ງຕັ້ງ ສະຫາຍ ພັນຕີ ນາງ ພູວັນ ຈັນປະສິດ ເປັນຫົວໜ້າພະແນກການແຜນການ-ສັງລວມ ແລະ ຈັດໜ້າ, ສະຫາຍ ພັນຕີ ນາງ ແກ້ວມະນີ ພິມມະວົງ ເປັນຮອງຫົວໜ້າພະແນກແຜນການ-ສັງລວມ ແລະ ຈັດໜ້າ, ສະຫາຍ ພັນຕີ ນາງ ເພັງ ແສນຄຳວົງສາ ເປັນຫົວໜ້າພະແນກປ້ອງກັນຊາດທົ່ວປວງຊົນ ແລະ ສະຫາຍ ຮ້ອຍເອກ ນາງ ລິດສະໝອນ ທອງພານິດ ເປັນຮອງຫົວໜ້າພະແນກປ້ອງກັນຊາດທົ່ວປວງຊົນ.
ໂອກາດນີ້, ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ໄດ້ມີຄຳເຫັນໂອ້ລົມ ເນັ້ນໜັກຕໍ່ ນາຍທະຫານຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ, ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ, ເພີ່ມທະວີຄວາມຮັບຜິດຊອບຕໍ່ວຽກງານວິຊາສະເພາະ, ມີເເບບແຜນວິທີການເຮັດວຽກ ທີ່ທັນສະໄໝ, ມີຄວາມສາມັກຄີພາຍໃນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ມີສະຕິຕື່ນຕົວສູງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນປັບປຸງວຽກງານຕ່າງໆ ຂອງກົມກອງ ແລະ ພ້ອມກັນປະຕິບັດໜ້າທີ່ວຽກງານ ທີ່ໄດ້ຮັບການມອບໝາຍ ໃຫ້ມີຜົນສໍາເລັດ.
ໂດຍ: ສອນທະສິນ ໄຊຍົນຕີ
mps.gov.la ວາລະສານປ້ອງກັນຊາດ