Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ເປີດສົກຮຽນ 2025-2026

ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ເປີດສົກຮຽນ 2025-2026







ພິທີ ເປີດສົກຮຽນ 2025-2026 ຂອງໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໄດ້ຈັດຂຶ້ນໃນວັນທີ 19 ກັນຍາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະອໍານວຍການໂຮງຮຽນ, ບັນດາກົມ, ແຂກທີ່ຖືກເຊີນ, ຄູ-ອາຈານ ພ້ອມດ້ວຍນັກຮຽນເຂົ້າຮ່ວມ.
ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ຮອງຫົວໜ້າການທະຫານ ໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ໄດ້ຜ່ານແຜນການສິດສອນຮໍ່າຮຽນ ສົກຮຽນ 2025-2026 ທິດທາງໜ້າທີ່ລວມຈະສຸມໃສ່ກໍ່ສ້າງນັກຮຽນສາມັນສຶກສາກອງທັບ ໃຫ້ມີຄວາມຮູ້ ຄວາມສາມາດ, ມີລະບຽບວິໄນ, ສ້າງໃຫ້ນັກຮຽນມີນໍ້າໃຈຮັກຊາດ, ຮັກລະບອບໃໝ່ ແລະ ຮັກອາຊີບການຮຽນ, ຮັກການອອກແຮງງານ, ຮັກຕົນເອງ, ຮັກໝູ່ຄູ່, ຮັກການຈັດຕັ້ງ, ຮັກລະບຽບວິໄນ, ສ້າງໃຫ້ນັກຮຽນມີຄວາມກະຕືລືລົ້ນຕໍ່ການຮໍ່າຮຽນ, ການຊອກຮູ້ອັນໃໝ່ທີ່ມີລັກສະນະວິທະຍາສາດ, ມີການແຂ່ງຂັນກັນຢູ່ຕະຫຼອດເວລາໃນການສຶກສາຮໍ່າຮຽນ ທັງປັບປຸງແບບແຜນການນໍາ, ບັນຊາ, ຄຸ້ມຄອງນັກຮຽນໄປຕາມການຄຸ້ມຄອງໂຮງຮຽນຕາມສະຖານທີ່ການສຶກສາ ຂອງໂຮງຮຽນໃນກອງທັບ ທີ່ກະຊວງປ້ອງກັນປະເທດ ກໍຄືກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ ໄດ້ຕົກລົງອະນຸມັດນໍາໃຊ້, ຫັນເອົາຂໍ້ກຳນົດ 7 ລະບອບ 18 ວຽກ ແລະ ຂໍ້ກໍານົດ ຂອງໂຮງຮຽນໃຫ້ເຂົ້າສູ່ຊີວິດຕົວຈິງ ຂອງນັກຮຽນສາມັນສຶກສາກອງທັບ, ຄາດໝາຍສູ້ຊົນກໍ່ສ້າງນັກຮຽນສາມັນສຶກສາ ຂອງກອງທັບ ໃຫ້ລະດັບການສຶກສາຈົບຊັ້ນມັດທະຍົມຕອນຕົ້ນ ແລະ ຈົບຊັ້ນມັດທະຍົມຕອນປາຍ ໃຫ້ມີຄວາມຮູ້ ຄວາມສາມາດ, ມີລະດັບວັດທະນະທຳທີ່ແນ່ນອນ ເພື່ອເປັນພະນັກງານຮຸ່ນສືບທອດຂອງກອງທັບໃນອະນາຄົດ, ສູ້ຊົນບັນລຸໃຫ້ໄດ້ຕາມຕົວເລກຄາດໝາຍ ຂອງແຜນການວາງໄວ້ໃຫ້ໄດ້ 100% ໃນນີ້, ລະບົບສາມັນມັດທະຍົມຕອນຕົ້ນ ມີ 3 ຊັ້ນຮຽນ (ມ.1, ມ.2, ມ.3) ວິຊາທີ່ນໍາມາສິດສອນ, ຮໍ່າຮຽນ ແມ່ນປະຕິບັດຕາມຫຼັກສູດທີ່ກະຊວງສຶກສາທິການ ແລະ ກິລາວາງອອກ ໃຊ້ເວລາຮຽນທັງໝົດ 32 ອາທິດ ຕໍ່ສົກຮຽນ, ລະບົບມັດທະຍົມຕອນປາຍ ມີ 3 ຊັ້ນຮຽນ (ມ.5, ມ.6, ມ.7) ວິຊາທີ່ນຳມາສິດສອນຮໍ່າຮຽນ ແມ່ນປະຕິບັດຕາມຫຼັກສູດທີ່ກະຊວງສຶກສາທິການ ແລະ ກິລາວາງອອກ ໃຊ້ເວລາຮຽນທັງໝົດ 34 ອາທິດຕໍ່ສົກຮຽນ, ມີຈໍານວນພົນພະນັກງານ, ຄູ-ອາຈານທັງໝົດ 441 ຄົນ, ມີນັກຮຽນແຕ່ຊັ້ນ ມັດທະຍົມຕອນຕົ້ນເຖິງມັດທະຍົມຕອນປາຍ 672 ຄົນ, ຍິງ 230 ຄົນ.
ໂອກາດນີ້, ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ກ່າວເປີດສົກຮຽນ ພ້ອມທັງມີຄໍາເຫັນໂອ້ລົມແລະ ເນັ້ນໜັກ ບາງບັນຫາວ່າ: ໃຫ້ທຸກພາກສ່ວນປະຕິບັດຕາມແຜນການ ການຮຽນ-ການສອນຢ່າງເຂັ້ມງວດ, ໃຫ້ມີການຈັດຕັ້ງຖອດຖອນບົດຮຽນຜົນສໍາເລັດໃນສົກຮຽນຜ່ານມາ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານຕັ້ງໜ້າ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ທຸກພາກສ່ວນຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ທັງປັບປຸງແບບແຜນວິທີເຮັດວຽກງານມີວິທະຍາສາດ, ສ້າງໂຮງຮຽນໃຫ້ເປັນໂຮງຮຽນຕົວແບບທີ່ດີ, ເປັນບ່ອນຮຽນຮູ້, ສ້າງໃຫ້ໂຮງຮຽນເປັນໂຮງຮຽນ 3 ປອດ, ໂຮງຮຽນ 3 ສ ຄຽງຄູ່ກັບການປັບປຸງຫຼັກສູດການຮຽນ-ການສອນໃຫ້ມີຄຸນນະພາບ ໂດຍຖືເອົານັກຮຽນເປັນໃຈກາງ ສ່ວນນັກຮຽນກໍໃຫ້ເອົາໃຈໃສ່ຄົນຄວ້າຮໍ່າຮຽນເຝິກຝົນຕົນເອງໃຫ້ມີຄວາມຮູ້ ຄວາມສາມາດ, ເຊື່ອມຊຶມລະບອບ, ລະບຽບຂອງກອງທັບ ກໍຄືຂອງໂຮງຮຽນວາງອອກຢ່າງເຂັ້ມງວດ ເພື່ອສ້າງຕົນເອງໃຫ້ເປັນນັກຮຽນດີ, ຮຽນເກັ່ງ, ມີວິໄນ, ມີຄຸນສົມບັດ ແລະ ການເປັນຜູ້ສືບທອດທີ່ດີ.
ພ້ອມນັ້ນ, ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມຄະນະ ຍັງໄດ້ຢ້ຽມຊົມພື້ນຖານໂຄງຮ່າງ ຂອງໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ ຕື່ມອີກ.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps