Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 1 ສະໄໝທີ VI

ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 1 ສະໄໝທີ VI






ວັນທີ 30 ກັນຍາ ຜ່ານມານີ້, ທີ່ ສະໂມສອນຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 1 ສະໄໝທີ VI ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາຮອງເລຂາ, ຄະນະປະຈຳພັກ, ຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດເຂົ້າຮ່ວມ.
ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບການນໍາພາ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ສະໄໝທີ VI ປະຈຳໄຕມາດ 3 ແລະ ວາງທິດທາງແຜນການນຳພາ ປະຈຳໄຕມາດ 4 ປີ 2025. ຜ່ານມາ, ໄດ້ມີສິ່ງທ້າທາຍຫຼາຍດ້ານທີ່ສົ່ງຜົນກະທົບຕໍ່ການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ແຕ່ເຖິງຢ່າງໃດກໍຕາມ ບັນດາສະຫາຍຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ບັນດາໜ້າທີ່ຕ່າງໆ ຂອງກະຊວງປ້ອງກັນປະເທດຢ່າງມີຜົນສໍາເລັດ ເປັນຕົ້ນແມ່ນ ໜ້າທີ່ຮັບປະກັນເຮັດໃຫ້ປະເທດຊາດມີຄວາມສະຫງົບ ໄດ້ສຸມໃສ່ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານຢ່າງແຂງແຮງ ໂດຍການຫັນເອົາກໍາລັງຫຼວງ-ກໍາລັງທ້ອງຖິ່ນ ສົມທົບກັບອົງການປົກຄອງແຂວງ, ເມືອງ, ບ້ານ ເຮັດວຽກງານ ຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໄດ້ຮັບຜົນສໍາເລັດເປັນກ້າວໆ ນອກນັ້ນ, ຍັງໄດ້ຊີ້ນໍາການກໍ່ສ້າງຮາກຖານການເມືອງແບບທາງກວ້າງ ຕາມມູນເຊື້ອບັນດາກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ, ສຳເລັດການປະກາດບ້ານໃຫຍ່ຄັງວຽງ ເປັນຕົວເມືອງນ້ອຍໃນຊົນນະບົດ, ຊີ້ນຳກຳລັງຫຼວງ-ກຳລັງທ້ອງຖິ່ນ ຕິດຕາມກຳແໜ້ນການເຄື່ອນໄຫວຂອງກຸ່ມຄົນບໍ່ດີ, ຊີ້ນໍາກໍາລັງທະຫານຊາຍແດນໃນທົ່ວປະເທດ ຕິດຕາມ, ກຳແໜ້ນສະພາບການໃນຂອບເຂດທົ່ວປະເທດ, ເຄື່ອນໄຫວກວດກາວຽກງານກຽມພ້ອມສູ້ຮົບຢູ່ກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ຈັດຕັ້ງລະບົບປະຈຳການກຽມພ້ອມສູ້ຮົບຕະຫຼອດ 24 ຊົ່ວໂມງ, ໄດ້ຊີ້ນໍາກໍາລັງປ້ອງກັນເວນຍາມ ໂດຍສົມທົບອົງການກ່ຽວຂ້ອງຈັດຕັ້ງກໍາລັງປ້ອງກັນການນໍາພັກ-ລັດ, ແຂກພາຍໃນ-ຕ່າງປະເທດ, ສຳນັກງານອົງການ, ຄ້າຍ, ສາງ, ສະໜາມບິນ, ເສັ້ນທາງ, ເສັ້ນທາງ ລົດໄຟ ລາວ-ຈີນ ແລະ ບັນດາໂຄງການກໍ່ສ້າງຂອງລັດຖະບານ, ຊີ້ນໍາຕິດຕາມການ, ຊີ້ນຳກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ຕິດຕາມກຳແໜ້ນການປ່ຽນແປງດິນຟ້າອາກາດ, ກຽມພ້ອມກອບກູ້ ແລະ ແກ້ໄຂໄພພິບັດທີ່ເກີດຂຶ້ນ, ກອງປະຊຸມຄະນະຊີ້ນໍາໂຄງການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ປະຈຳປີ 2025 ນອກຈາກນີ້, ຍັງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ຕໍ່ໜ້າທີ່ວຽກງານປັບປຸງກໍ່ສ້າງກໍາລັງ, ວຽກງານຮັບປະກັນພະລາທິການ-ເຕັກນິກ ແລະ ວຽກງານອື່ນໆ ຢ່າງມີຜົນສຳເລັດ.
ຈາກນັ້ນ, ບັນດາບັນດາສະຫາຍຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ໄດ້ຜັດປ່ຽນກັນປະກອບຄໍາເຫັນຕໍ່ບັນດາໜ້າວຽກທີ່ຍັງຄົງຄ້າງເຊິ່ງຈະຕ້ອງໄດ້ສູ້ຊົນແກ້ໄຂໃຫ້ມີຜົນສຳເລັດຕາມແຜນການທີ່ວາງໄວ້.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps