
ວັນທີ 22 ທັນວາ 2025 ນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ປະຊາຊົນ ລາວ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນ ແລະ ກະຕ່າດອກໄມ້ ເຂົ້າອວຍພອນ ສະຫາຍ ພັນເອກ ຟານ ຫຶວ ທັ່ງ ຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ພ້ອມຄະນະ. ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 81 ປີ (22 ທັນວາ 1944-22 ທັນວາ 2025) ແລະ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ສາກົນ ຄສ 2026.
ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ຕາງໜ້າໃຫ້ການນໍາກະຊວງປ້ອງກັນປະເທດ ກໍຄືນາຍ ແລະ ພົນທະຫານໃນທົ່ວກອງທັບປະຊາຊົນລາວ ອວຍພອນໄຊອັນປະເສີດ ອົບອຸ່ນເຕັມໄປດ້ວຍໄມຕີຈິດມິດຕະພາບ ມາຍັງຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ ກໍຄືພະນັກງານ-ນັກຮົບ ທົ່ວກອງທັບປະຊາຊົນຫວຽດນາມ ຈົ່ງປະສົບຜົນສຳເລັດໃນທຸກໜ້າທີ່ວຽກງານ, ສືບຕໍ່ປັບປຸງກໍ່ສ້າງກອງທັບ ໃຫ້ກາຍເປັນກອງທັບທີ່ເຂັ້ມແຂງທັນສະໄໝຍິ່ງໆຂຶ້ນ, ອວຍພອນໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ທີ່ມີມູນເຊື້ອມາແຕ່ດົນນານ ລະຫວ່າງ ສອງພັກ, ສອງຊາດ, ສອງກອງທັບ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ໂອກາດນີ້, ສະຫາຍ ພັນເອກ ຟານ ຫຶວ ທັ່ງ ໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍ ພົນໂທ ວົງສອນ ອິນປານພິມ ພ້ອມດ້ວຍຄະນະ ທີ່ໄດ້ນຳເອົາກະຕ່າຂອງຂວັນ ແລະ ຄຳອວຍພອນອັນອົບອຸ່ນ ເຕັມໄປດ້ວຍໄມຕີຈິດມິດຕະພາບ ມາມອບໃຫ້ໃນຄັ້ງນີ້, ພ້ອມທັງອວຍພອນຄືນໃຫ້ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈົ່ງມີສຸຂະພາບເຂັ້ມແຂງ, ເຮັດສຳເລັດໜ້າທີ່ວຽກງານອັນມີກຽດ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງຊາດ, ສອງກອງທັບ ຫວຽດນາມ-ລາວ, ລາວ-ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
ແຫ່ງທີ່ມາຂອງຂ່າວ: ໜັງສືພິມກອງທັບ
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ການນຳກະຊວງປ້ອງກັນປະເທດ ອວຍພອນ ຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳ ສປປ ລາວ
mps.gov.la ວາລະສານປ້ອງກັນຊາດ