Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ (page 3)

ການເຄື່ອນໄຫວຊີ້ນຳ

ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ຄັ້ງທີ 4 ສະໄໝທີ VIII ຢູ່ ກົມໃຫຍ່ການເມືອງກອງທັບ

ວັນທີ 2 ກັນຍາ 2025 ນີ້, ພະແນກສະຫະພັນແມ່ຍິງ ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານ ສູນກາງແມ່ຍິງລາວ ຄັ້ງທີ 4 ສະໄໝທີ VIII, ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX ແລະ ແຜນພັດທະນາແມ່ຍິງທົ່ວກອງທັບ ໄລຍະ 5 ປີ (2021-2025), ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ກອງ, 3 ສູນ, ຄະນະນໍາສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ. ສະຫາຍ ພັນຕີ ນາງ ມະໂນລັກ ປັນຍາທອງ ຫົວໜ້າພະແນກສະຫະພັນແມ່ຍິງ ຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ເຜີຍແຜ່ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານ ສູນກາງແມ່ຍິງລາວ ຄັ້ງທີ 4 ສະໄໝທີ VIII, ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ …

ອ່ານເພີ່ມ >>

ຄູທະຫານ 114 ສະຫາຍ ພ້ອມແລ້ວທີ່ຈະໄປຊ່ວຍສອນ ຢູ່ເຂດຫ່າງໄກສອກຫຼີກ

ພິທີ ປິດຊຸດອົບຮົມວິຊາຄູຊັ້ນປະຖົມສຶກສາໃຫ້ແກ່ພະນັກງານ-ນັກຮົບເພື່ອໄປຊ່ວຍສອນຢູ່ເຂດຫ່າງໄກສອກຫຼີກ ຊຸດທີ III, ທີ່ວິທະຍາໄລເຕັກນິກວິຊາຊີບ-ແບບປະສົມແຂວງຊຽງຂວາງ ໄດ້ຈັດຂຶ້ນໃນວັນທີ 26 ສິງຫາ 2025 ນີ້, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນໂທ ສຈ ປອ ວົງຄຳ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ສະຫາຍ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີສະຫາຍ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງ ແຂວງຊຽງຂວາງ, ມີຄະນະອຳນວຍການວິທະຍາໄລເຕັກນິກວິຊາຊີບ-ແບບປະສົມແຂວງຊຽງຂວາງ, ວິທະຍາໄລຄູຄັງໄຂ, ຄະນະພັກ-ຄະນະບັນຊາ ກອງບັນຊາທະຫານ 3 ແຂວງພາກເໜືອ, ແຂກຖືກເຊີນ, ພະນັກງານວິຊາການ ຈາກກະຊວງປ້ອງກັນປະເທດ ແລະ ກະຊວງສຶກສາທິການ ແລະ ກິລາ ຕະຫຼອດຮອດນັກເຝິກອົບຮົມເຂົ້າຮ່ວມ. ສະຫາຍ ພັນເອກ ພົງສຸລິຍາ ເພັງຄູນ …

ອ່ານເພີ່ມ >>

ກົມໃຫຍ່ການເມືອງກອງທັບ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ

ໃນວັນທີ 26 ສິງຫາ 2025 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດຄື: ວັນຍຶດອຳນາດ ຄົບຮອບ 50 ປີ (23 ສິງຫາ 1975-23 ສິງຫາ 2025) ແລະ ສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025), ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ກອງ ແລະ ພະນັກງານ-ນັກຮົບອ້ອມຂ້າງກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ໄດ້ຍົກໃຫ້ເຫັນເຖິງມູນເຊື້ອວັນຍຶດອໍານາດ 23 ສິງຫາ …

ອ່ານເພີ່ມ >>

ຮອງຫົວໜ້າກອງວາລະສານ ປ້ອງກັນຊາດ ເຄື່ອນໄຫວວງກງານ ຢູ່ກອງພັນໃຫຍ່ 11

ວັນທີ 14 ສິງຫາ 2025 ນີ້, ສະຫາຍ ພັນໂທ ພູທອນ ພົງວິໄລ ຮອງຫົວໜ້າກອງວາລະສານປ້ອງກັນຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານໂຄສະນາ ຂ່າວສານ, ການຂຽນບົດລົງວາລະສານປ້ອງກັນຊາດ ຢູ່ກອງພັນໃຫຍ່ທີ 11, ໂດຍການຕ້ອນຮັບ ຂອງສະຫາຍ ພັນໂທ ເມກດາລາ ໄຊຍະພູມ ຫົວໜ້າຂະແໜງໂຄສະນາອົບຮົມ ພະແນກການເມືອງ ກອງພັນໃຫຍ່ 11 ພ້ອມດ້ວຍຄະນະ. ຈຸດປະສົງ ໃນການເຄື່ອນໄຫວຄັ້ງນີ້, ເພື່ອຊຸກຍູ້ຂະບວນການສ້າງຜົນງານຂໍ່ານັບຮັບຕ້ອນ 3 ວັນ ປະຫວັດສາດຂອງພັກ, ຂອງຊາດ ເວົ້າສະເພາະແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ ໂດຍຕິດພັນກັບການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເພື່ອນໍາເອົາຜົນງານ, ຂະບວນການອັນພົ້ນເດັ່ນດ້ານຕ່າງໆ ຂອງກອງພັນໃຫຍ່ທີ 11 …

ອ່ານເພີ່ມ >>

ກະຊວງປ້ອງກັນປະເທດ ປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ

ໃນວັນທີ 12 ສິງຫາ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີ ປາຖະກະຖາມູນເຊື້ອວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ (13 ສິງຫາ 1950-13 ສິງຫາ 2025) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ ບັນດາອົງການ, ກອງບັນຊາການ, ວິທະຍາຄານ, ກົມກອງ, ໂຮງຮຽນ, ໂຮງໝໍ ພ້ອມດ້ວຍນາຍ ແລະ ພົນທະຫານ ອ້ອມຂ້າງສໍານັກງານກະຊວງປ້ອງກັນປະເທດເຂົ້າຮ່ວມ. ໃນພິທີ ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ໄດ້ຍົກໃຫ້ເຫັນມູນເຊື້ອການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງແນວລາວສ້າງຊາດ ແຕ່ໄລຍະແຫ່ງການເຕີບໃຫຍ່ຂະຫຍາຍຕົວ …

ອ່ານເພີ່ມ >>

ກອງວາລະສານປ້ອງກັນຊາດ ສະຫຼຸບວຽກງານຮອບດ້ານປະຈໍາ 6 ເດືອນຕົ້ນປີ 2025

ໃນວັນທີ 12 ສິງຫາ 2025 ນີ້, ກອງວາລະສານປ້ອງກັນຊາດ ໄດ້ສະຫຼຸບວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2025, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ພັນເອກ ແສງອາລຸນ ແກ້ວສະຫວ່າງ ຮອງຫົວໜ້າກົມໂຄສະນາອົມຮົມ ກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກົມກອງເຂົ້າຮ່ວມ. ສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າ ກອງວາລະສານປ້ອງກັນຊາດ ໄດ້ຜ່ານບົດສະຫຼຸບ ວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ເຊິ່ງໃນໄລຍະຜ່ານມາ, ຄະນະພັກ-ຄະນະບັນຊາໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບພາຍໃນກົມກອງ ມີແນວຄິດອຸ່ນອຽນທຸ່ນທ່ຽງຕໍ່ໜ້າທີ່ວຽກງານ ທີ່ການຈັດຕັ້ງມອບໝາຍໃຫ້, ເອົາໃຈໃສ່ປະຕິບັດຂໍ້ກໍານົດ, ກົດລະບຽບຂອງກອງທັບ, ກົດໝາຍຂອງລັດ, ຈັດຕັ້ງເຜີຍແຜ່ເອກະສານສໍາຄັນຕ່າງໆ ຂອງຂັ້ນເທິງໃຫ້ພະນັກງານ-ນັກຮົບ ຈໍານວນ …

ອ່ານເພີ່ມ >>

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ ອັດລົງດ້ວຍຜົນສໍາເລັດອັນຈົບງາມ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກ ກະຊວງປ້ອງກັນປະເທດ ໄດ້ໄຂຂຶ້ນໃນວັນທີ 7 ສິງຫາ ແລະ ອັດລົງໃນວັນທີ 8 ສິງຫາ 2025 ນີ້, ທີ່ ກະຊວງປ້ອງກັນປະເທດ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີບັນດາຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກນະຄອນຫຼວງວຽງຈັນ, ຄະນະພັກກະຊວງປ້ອງກັນຄວາມສະຫງົບ, ຄະນະພັກສະຫະພັນນັກຮົບເກົ່າແຫ່ງຊາດລາວ, ພະນັກງານປະຕິວັດອາວຸໂສ, ວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ບັນດາຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວກອງທັບເຂົ້າຮ່ວມ. ສະຫາຍ …

ອ່ານເພີ່ມ >>

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 7 ສິງຫາ 2025 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ມີບັນດາຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກນະຄອນຫຼວງວຽງຈັນ, ຄະນະພັກກະຊວງປ້ອງກັນຄວາມສະຫງົບ, ຄະນະພັກສະຫະພັນນັກຮົບເກົ່າແຫ່ງຊາດລາວ, ພະນັກງານປະຕິວັດອາວຸໂສ, ວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະ ບັນດາຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດໃນທົ່ວກອງທັບເຂົ້າຮ່ວມ. ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ …

ອ່ານເພີ່ມ >>

ຄະນະພັກ-ຄະນະບັນຊາ ກອງວາລະສານປ້ອງກັນຊາດ ລົງຢ້ຽມຍາມ ພະນັກງານບໍານານ

ວັນທີ 1 ສິງຫາ 2025 ຜ່ານມານີ້, ກອງວາລະສານປ້ອງກັນຊາດ ໄດ້ລົງຢ້ຽມຢາມ ພະນັກງານບໍານານ ນໍາໂດຍ ສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງວາລະສານປ້ອງກັນຊາດ, ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຍາມ ສະຫາຍ ພັນໂທ ບຸນມາ ອິນຕາວັນ ອະດີດຫົວໜ້າກອງວາລະສານປ້ອງກັນຊາດ, ການເຄື່ອນໄຫວຢ້ຽມຢາມໃນຄັ້ງນີ້ເປັນການຢ້ຽມຍາມຖາມຂ່າວ ແລະ ສະແດງຄວາມຮູ້ບຸນຄຸນ ຂອງສະຫາຍທີ່ໄດ້ປະຕິບັດໜ້າທີ່ວຽກງານການເມືອງໃນຕະຫຼອດໄລຍະຜ່ານມາສະຫາຍເປັນຜູ້ທໍາອິດທີ່ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າກອງບັນນາທິການວາລະສານປ້ອງກັນຊາດໃນວັນທີ່27/2/2015. ດັ່ງນັ້ນຜົນງານດ້ານຕ່າງໆທີ່ສະຫາຍໄດ້ສ້າງມາ.ເປັນບົດຮຽນໃຫ້ຮຸ່ນຕໍ່ໄປໄດ້ສືບທອດແລະນໍາໄປຈັດຕັ້ງປະຕິບັດຜັນຂະຫຍາຍໃຫ້ເກີດດອກອອກຜົນ. ໂດຍ: ພາວະດີ ວົງພົມ

ອ່ານເພີ່ມ >>

ກອງວາລະສານປ້ອງກັນຊາດ ປາຖະກະຖາວັນສ້າງຕັ້ງ ສະຫະພັນແມ່ຍິງລາວ ຄົບຮອບ 70 ປີ

ໃນວັນທີ 18 ກໍລະກົດ 2025 ນີ້, ກອງວາລະສານປ້ອງກັນຊາດຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ 1955- 20 ກໍລະກົດ 2025) ເປັນປະທານຂອງ ສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງວາລະສານປ້ອງກັນຊາດ, ມີຄະນະໜ່ວຍສະຫະພັນແມ່ຍິງ, ພ້ອມດ້ວຍສະມາຊິກເຂົ້າຮ່ວມ. ສະຫາຍ ພັນຕີ ນາງ ພູວັນ ຈັນປະສິດ ເລຂາໜ່ວຍສະຫະພັນແມ່ຍິງ ກອງວາລະສານປ້ອງກັນຊາດ, ໄດ້ຫວນຄືນມູນເຊື້ອປະຫວັດການກຳເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວຕະຫຼອດ 70 ປີ ທີ່ຜ່ານມາ, ໃນເມື່ອກ່ອນປະເທດເຮົາ ຢູ່ໃຕ້ແອກປົກຄອງຂອງພວກລ່າເມືອງຂຶ້ນ, ພວກເຂົາຈັບເຂັ້ນຂ້າພໍ່ແມ່ປະຊາຊົນຢ່າງໂຫດຮ້າຍປ່າເຖື່ອນ, ຈຶ່ງເຮັດໃຫ້ປະຊາຊົນລາວຜູ້ຮັກຊາດລຸກຮື້ຂຶ້ນຕໍ່ສູ້ຢ່າງພິລາອາດຫານໃນຕະຫຼອດໄລຍະເວລາການຕໍ່ສູ້ກູ້ຊາດ ແມ່ຍິງລາວກໍໄດ້ຄ່ຽງບ່າຄ່ຽງໄຫຼ່ກັບເພດຊາຍ, ດັ່ງນັ້ນ ແມ່ຍິງຈຳນວນຫຼວງຫຼາຍຈຶ່ງໄດ້ເຂົ້າຮ່ວມຂະບວນການລຸກຮືຂຶ້ນຍຶດອຳນາດ ຈາກພວກລ່າເມືອງຂຶ້ນ, ຂະບວນເຄື່ອນໄຫວຂອງແມ່ຍິງລາວກໍ່ໄດ້ຂະຫຍາຍຕົວອອກສູ້ສັງຄົມໃນຂອບເຂດທົ່ວປະເທດໂດຍພາຍໃຕ້ການນຳພາຂອງພັກ, ໄດ້ເອົາໃຈໃສ່ຢ່າງຈົດຈໍ່ໃນການປຸກລະດົມຂົນຂວາຍກໍ່ສ້າງແມ່ຍິງໃຫ້ມີຄວາມຕື່ນຕົວປະກອບສ່ວນເຂົ້າໃນພາລະກິດປະຕິວັດ ແລະ ຖືເອົາແມ່ຍິງພາກສ່ວນໜຶ່ງ …

ອ່ານເພີ່ມ >>