Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ສ້າງຂະບວນການ ແຂ່ງຂັນກິລາບານເຕະ ມິດຕະພາບລະຫວ່າງ ກົມອຸດສາຫະກຳປ້ອງກັນຊາດ, ໂຮງງານມິດຕະພາບລາວ-ຫວຽດນາມ ແລະ ກອງວາລະສານປ້ອງກັນຊາດ

ສ້າງຂະບວນການ ແຂ່ງຂັນກິລາບານເຕະ ມິດຕະພາບລະຫວ່າງ ກົມອຸດສາຫະກຳປ້ອງກັນຊາດ, ໂຮງງານມິດຕະພາບລາວ-ຫວຽດນາມ ແລະ ກອງວາລະສານປ້ອງກັນຊາດ




ໃນວັນທີ 24 ກໍລະກົດ 2025 ນີ້, ກົມອຸດສາຫະກຳປ້ອງກັນຊາດ, ໂຮງງານມິດຕະພາບ ລາວ-ຫວຽດນາມ ແລະ ກອງວາລະສານປ້ອງກັນຊາດ ໄດ້ສ້າງຂະບວນການ ແຂ່ງຂັນກິລາບານເຕະ ມິດຕະພາບ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ (20 ກໍລະກົດ1955-20 ກໍລະກົດ 2025) ແລະ ເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ Vl ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ຢູ່ທີ່ສະໜາມກິລາ ຫຼັກ 9, ໂດຍມີ ສະຫາຍ ພັນເອກ ໃຈສະຫວັນ ອິນພະຄໍາ ຮອງຫົວໜ້າກົມອຸດສາຫະກຳປ້ອງກັນຊາດ, ສະຫາຍ ພັນເອກ ບຸນໄທ ກອງປັນຍາ ຫົວໜ້າອໍານວຍການ ໂຮງງານມິດຕະພາບລາວ-ຫວຽດນາມ, ສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງວາລະສານປ້ອງກັນຊາດ ພ້ອມດ້ວຍພະນັກງານ, ນັກກິລາ 3 ພາກສ່ວນເຂົ້າຮ່ວມ.
ການແຂ່ງຂັນກິລາບານເຕະມິດຕະພາບໃນຄັ້ງນີ້ ມີຄວາມໝາຍສຳຄັນໃນການຮັດແໜ້ນຄວາມສາມັກຄີ ລະຫວ່າງ ກົມອຸດສາຫະກຳປ້ອງກັນຊາດ, ໂຮງງານມິດຕະພາບ ລາວ-ຫວຽດນາມ ແລະ ກອງວາລະສານປ້ອງກັນຊາດ ທັງເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ ໃຫ້ເປັນຂະບວນຟົດຟື້ນກວ້າງຂວ້າງ. ນອກຈາກນັ້ນ, ຍັງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງ ພະນັກງານທັງ 3 ພາກສ່ວນ ເຊິ່ງເຕັມໄປດ້ວຍໄມຕີຈິດມິດຕະພາບອັນອົບອຸ່ນ, ເປັນການເສີມກຳລັງແຮງກາຍ ແຮງໃຈໃຫ້ພະນັກງານມີສຸຂະພາບແຂງແຮງ, ສຸມໃສ່ສ້າງຜົນງານຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ໃຫ້ເປັນຂະບວນການຟົດຟື້ນກວ້າງຂວາງ.
ໂດຍ: ສອນທະສິນ ໄຊຍົນຕີ

ກ່ຽວກັບ mps