Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ທີມງານວິຊາການ ກອງວາລະສານປ້ອງກັນຊາດ ເຄື່ອນໄຫວເກັບກໍາຂໍ້ມູນວຽກງານເຕັກນິກອຸດສາຫະກຳປ້ອງກັນຊາດ ຢູ່ໂຮງງານ ອ.410

ທີມງານວິຊາການ ກອງວາລະສານປ້ອງກັນຊາດ ເຄື່ອນໄຫວເກັບກໍາຂໍ້ມູນວຽກງານເຕັກນິກອຸດສາຫະກຳປ້ອງກັນຊາດ ຢູ່ໂຮງງານ ອ.410







ໃນວັນທີ 16 ກັນຍາ 2025 ນີ້, ສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງວາລະສານປ້ອງກັນຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເກັບກໍາຂໍ້ມູນວຽກງານເຕັກນິກອຸດສາຫະກຳປ້ອງກັນຊາດ ຢູ່ໂຮງງານ ອ.410 ທີ່ຂຶ້ນກັບ ກົມອຸດສາຫະກໍາປ້ອງກັນຊາດ ກົມໃຫຍ່ເຕັກນິກກອງທັບ ໂດຍການຕ້ອນຮັບຂອງສະຫາຍ ພັນເອກ ນວນທອງ ບຸນທອງວັນ ຫົວໜ້າການເມືອງ ໂຮງງານ ອ.410 ພ້ອມດ້ວຍຄະນະ.
ຈຸດປະສົງ ໃນການເຄື່ອນໄຫວຄັ້ງນີ້, ເພື່ອໃຫ້ທີມງານວິຊາການ ຂອງກອງວາລະສານປ້ອງກັນຊາດ ໄດ້ສໍາຜັດກ່ຽວກັບການເຮັດວຽກຕົວຈິງ ຂອງບັນດານັກວິສາວະກອນ, ວິຊາການ, ນາຍຊ່າງ ຢູ່ໂຮງງານ ອ.410 ເພື່ອໃຫ້ມີຈິນຕະນາການອັນໃໝ່ ໃນການຂຽນບົດໃຫ້ຖືກຕ້ອງສອດຄ່ອງກັບສະພາບການຕົວຈິງ ຂອງວຽກງານເຕັກນິກອຸດສາຫະກຳປ້ອງກັນຊາດ ທັງເປັນການຊຸກຍູ້ຂະບວນການສ້າງຜົນງານຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດຂອງພັກ, ຂອງຊາດ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ ໂດຍຕິດພັນກັບການຈັດຕັ້ງປະຕິບັດ ມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ພ້ອມທັງເກັບກໍາຂໍ້ມູນວຽກງານເຕັກນິກອຸດສາຫະກຳປ້ອງກັນຊາດ, ຜົນງານ, ແບບແຜນວິທີເຮັດວຽກ, ຂະບວນການອັນພົ້ນເດັ່ນດ້ານຕ່າງໆ ຂອງໂຮງງານ ອ 410 ມາຂຽນເປັນຂ່າວ, ບົດ ພິມລົງໃນວາລະສານປ້ອງກັນຊາດ ໃຫ້ມີເນື້ອໃນກວ້າງຂວາງ ແລະ ເລິກເຊິ່ງ.
ໂອກາດດັ່ງກ່າວນີ້, ສະຫາຍ ພັນຕີ ປະກາຍສິດ ບຸນນະຜົນ ຮອງຫົວໜ້າອໍານວຍການ ໂຮງງານ ອ.410 ໄດ້ນໍາພາທີມງານວິຊາການ ຂອງກອງວາລາສານປ້ອງກັນຊາດ ຢ້ຽມຊົມການເຮັດວຽກຕົວຈິງ ຂອງພະນັກງານວິຊາການ ແຕ່ລະພາກການຜະລິດ ຂອງໂຮງງານ ອ.410 ຕື່ມອີກ.

ກ່ຽວກັບ mps