Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ກວດກາຄືນການກະກຽມຄວາມພ້ອມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ

ກວດກາຄືນການກະກຽມຄວາມພ້ອມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ


ກອງປະຊຸມກວດກາຄືນການກະກຽມຄວາມພ້ອມ ສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ (2
ທັນວາ 1975-2 ທັນວາ 2025) ໄດ້ຈັດຂຶ້ນໃນວັນທີ 26 ກັນຍາ 2025 ນີ້, ຢູ່ ກະຊວງປ້ອງກັນປະເທດ, ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ຮອງປະທານ ຜູ້ປະຈໍາການ ຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ, ມີຄະນະຮັບຜິດຊອບກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ, ຄະນະຊີ້ນໍາລວມກ້ອນກຳລັງສວນສະໜາມ, ບັນດາອົງການພາກລັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ລາຍງານຫຍໍ້ການກະກຽມຄວາມພ້ອມດ້ານຕ່າງໆ ໃຫ້ແກ່ງານໂຮມຊຸມນຸມ ແລະ ເດີນສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນນີ້, ວຽກທີ່ໄດ້ຈັດຕັ້ງປະຕິບັດໃນຜ່ານມາ ໂດຍໄດ້ຮັບການມອບໝາຍ ຈາກກະຊວງປ້ອງກັນປະເທດ ກົມໃຫຍ່ເສນາທິການກອງທັບ ໄດ້ເປັນເຈົ້າການຊີ້ນໍາການກະກຽມວຽກງານດ້ານຕ່າງໆ ດັ່ງນີ້: ໄດ້ສ້າງແຜນການລວມ, ແຜນການເຄື່ອນໄຫວຊີ້ນໍາການຫັດແອບສວນສະໜາມ ແລະ ລໍາດັບເນື້ອໃນປະສານສວນສະໜາມ, ຈັດຕັ້ງກອງປະຊຸມມອບໝາຍໜ້າທີ່ໃຫ້ບັນດາກ້ອນກຳລັງຂອງກອງທັບ ແລະ ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກອງປະຊຸມມອບໝາຍໜ້າທີ່ໃຫ້ບັນດາກ້ອນກຳລັງຂອງກະຊວງ, ອົງການຈັດຕັ້ງຕ່າງໆ, ສໍາເລັດການເປີດອົບຮົມໄລຍະສັ້ນ ເອກະພາບໃຫ້ຄູເຝິກກ້ອນສວນສະໜາມ 18 ກ້ອນຂອງກໍາລັງປ້ອງກັນຊາດ ແລະ 5 ກ້ອນຂອງກໍາລັງປ້ອງກັນຄວາມສະຫງົບ, ໄດ້ຜ່ານເຄື່ອງແບບ, ການຈັບຖືປືນອາວຸດ, ອຸປະກອນຕ່າງໆ ແລະ ຈັງຫວະເດີນສວນສະໜາມ ຂອງບັນດາກ້ອນບັນດາເຫຼົ່າຮົບ ທີ່ຈະເຂົ້າຮ່ວມການເດີນຂະບວນສວນສະໜາມ, ສໍາລັບບັນດາກ້ອນສວນສະໜາມຂອງກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງກໍາລັງເຂົ້າຫັດແອບຢູ່ບັນດາກົມກອງ, ສູນເຝິກ ແຕ່ວັນທີ 8 ກັນຍາ 2025 ສໍາເລັດ ແລະ ໄດ້ເລີ່ມດໍາເນີນການຫັດແອບເປັນປົກກະຕິ, ວຽກງານກະກຽມສະຖານທີ່ຜາມໄຊ ມອບໃຫ້ກົມຊ່າງແສງ ສົມທົບກັບ ກົມກໍ່ສ້າງອອກແບບ ແລະ ກໍ່ສ້າງ ປັດຈຸບັນ ແມ່ນທົດລອງປະກອບ ຄາດວ່າເດືອນພະຈິກ ສາມາດໄປຕິດຕັ້ງໄດ້, ການບິນໂດຣນສະແດງ ແລະ ຍິງດອກໄມ້ໄຟ ກົມອົບຮົມ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ຄົ້ນຄວ້າເພງປະກອບ, ຮູບແບບການບິນສະແດງ, ຍິງສະແດງ; ວຽກງານຮັບປະກັນ ໄດ້ຈັດຕັ້ງອະນຸກຳມະການ ລົງກວດກາສະຖານທີ່ພັກເຊົາ ຂອງບັນດາກ້ອນສວນສະໜາມ ຢູ່ແຕ່ລະຈຸດ, ໄດ້ສະໜອງງົບປະມານອັດຕາກິນ ໃຫ້ບັນດາກ້ອນສວນສະໜາມ ນັບແຕ່ມື້ມີຄຳສັ່ງໃຫ້ເຂົ້າເຕົ້າໂຮມ ແລະ ເງິນຊື້ວັດຖຸທີ່ຈຳເປັນໃຫ້ແຕ່ລະກ້ອນ, ສະໜອງນໍ້າມັນເຊື້ອໄຟ ໃຫ້ແຕ່ລະກ້ອນນໍາກໍາລັງເຂົ້າເຕົ້າໂຮມຢູ່ຈຸດຫັດແອບ ແລະ ແກ້ນໍ້າມັນບໍລິຫານ ໃຫ້ແຕ່ລະກ້ອນຮັບປະກັນໃຫ້ໄດ້ເຄື່ອນໄຫວຕາມແຜນການ, ສ່ວນເຄື່ອງນຸ່ງ ແມ່ນມອບໃຫ້ກົມອຸປະໂພກ ເປັນຜູ້ແທກ ແລະ ຕັດສະໜອງໃຫ້ແຕ່ລະກ້ອນໃຫ້ທັນເວລາ, ສໍາລັບການປະກອບອາວຸດ, ອຸປະກອນປະກອບມອບໃຫ້ກົມອົບຮົມ ສົມທົບກົມກໍາລັງພົນ ປະກອບຕາມການຕົກລົງ ຂອງກະຊວງປ້ອງກັນປະເທດ. ວຽກງານທີ່ຈະສືບຕໍ່ຈັດຕັ້ງປະຕິບັດ ລົງຕິດຕາມ, ກວດກາ, ຊຸກຍູ້ການຫັດແອບຂອງບັນດາກ້ອນກຳລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ບັນດາກ້ອນມວນຊົນ ຢູ່ແຕ່ລະສູນຫັດແອບ ແລະ ຈັດຕັ້ງຫັດແອບທົດລອງກ້ອນກຳລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ກ້ອນມວນຊົນ, ຈັດຕັ້ງຮັບສ່ອງແສງລາຍງານສະພາບການຈັດຕັ້ງຫັດແອບນຳແຕ່ລະກ້ອນສວນສະໜາມປະຈຳອາທິດປົກກະຕິ, ສົມທົບກັບນະຄອນຫຼວງວຽງຈັນ ອອກແບບ, ແຕ້ມເສັ້ນເດີນສວນສະໜາມ ແລະ ສົມທົບກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຕິດຕັ້ງເຄື່ອງສຽງຮັບປະກັນໃຫ້ການໂຮມຊຸມນຸມ ແລະ ສະເຫຼີມສະຫຼອງ, ກວດກາການກໍ່ສ້າງຜາມໄຊ ແລະ ຈັດຕັ້ງປະກອບຜາມໄຊໃສ່ເດີນທາດຫຼວງວຽງຈັນ. ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄໍາຄິດເຫັນໃສ່ແຕ່ລະໜ້າວຽກງານ ເພື່ອຮັບປະກັນໃຫ້ການຈັດຕັ້ງສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ສໍາເລັດດ້ວຍໝາກຜົນອັນຈົບງາມ.
ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໜັກໃຫ້ຄະນະຊີ້ນໍາລວມ, ຄະນະຮັບຜິດຊອບທຸກພາກສ່ວນ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ຂອງຕົນ ເພື່ອປະກອບສ່ວນເຮັດໃຫ້ການຈັດຕັ້ງງານໂຮມຊຸມນຸມ ແລະ ເດີນສວນສະໜາມສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃຫ້ໄດ້ຮັບຜົນສຳເລັດຕາມແຜນການ ແລະ ບັນລຸໄດ້ຕາມຈຸດປະສົງຄາດໝາຍທີ່ວາງໄວ້.
ແຫຼ່ງທີ່ມາຂອງຂໍ້ມູນ: ໜັງສືພີມກອງທັບ

ກ່ຽວກັບ mps