
ວັນທີ 10 ພະຈິກ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 2 ສະໄໝທີ VI ເພື່ອປະກອບຄໍາເຫັນຕໍ່ບັນດາສະຫາຍ ໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີບັນດາສະຫາຍກຳມະການຄະນະປະຈຳພັກ ແລະ ກຳມະການຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ເຂົ້າຮ່ວມ.
ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ມີຄຳເຫັນຊີ້ນຳ ແລະ ກ່າວເປິດກອງປະຊຸມ ວ່າ: ກອງປະຊຸມຄົບຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ຄັ້ງທີ 2 ສະໄໝທີ VI ໃນຄັ້ງນີ້ ເເມ່ນຈະໄດ້ຮັບຟັງການຕີລາຄາ, ການປະກອບຄໍາເຫັນ ຕໍ່ການປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງບັນດາສະຫາຍຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໃຫ້ມີເນື້ອໃນເລິກເຊິ່ງ, ຕີລາຄາໄດ້ຢ່າງພາວະວິໄສ, ຖືກຕ້ອງ, ຊັດເຈນ ແລະ ສອດຄ່ອງກັບຄວາມເປັນຈິງ ກ່ຽວກັບຜົນສໍາເລັດ, ດ້ານດີ, ດ້ານອ່ອນ ຂໍ້ຄົງຄ້າງ ໃນການນໍາພາ-ຊີ້ນໍາ ຂອງບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XI ທັງນີ້ ກໍເພື່ອເປັນພື້ນຖານ, ບ່ອນອີງ ແລະ ເຮັດໃຫ້ການນໍາພາ-ຊີ້ນໍາ ຂອງບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ ໃນສະໄໝໜ້ານີ້ ໃຫ້ມີປະສິດທິຜົນດີຂຶ້ນກວ່າເກົ່າ. ຈາກນັ້ນ, ບັນດາສະຫາຍຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ກໍໄດ້ຜັດປ່ຽນກັນປະກອບຄໍາເຫັນ ຕໍ່ການນໍາພາ-ຊີ້ນໍາ ຂອງບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຢ່າງກົງໄປກົງມາ.
ພ້ອມກັນນັ້ນ, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາສະຫາຍຄະນະບໍລິຫານງານພັກ ກະຊວງປ້ອງກັນປະເທດ ທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະກອບຄໍາຄິດຄໍາເຫັນ ຕໍ່ການນໍາພາ-ຊີ້ນໍາ ຂອງບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ ສະໄໝທີ XI ດ້ວຍຄວາມຕັ້ງອົກຕັ້ງໃຈ ແລະ ຈິງໃຈຍົກເອົາບັນຫາຕ່າງໆຂຶ້ນມາແລກປ່ຽນຖອດຖອນບົດຮຽນ, ຕຳນິສົ່ງຂ່າວເຊິ່ງກັນ ແລະ ກັນ ໃນຄັ້ງນີ້, ພ້ອມທັງ ເປັນເອກະພາບສູງຕໍ່ຄໍາຄິດເຫັນ ແລະ ຈະນໍາເອົາເນື້ອໃນຈິດໃຈຜົນສໍາເລັດ ຂອງກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ໃຫ້ບັນດາສະຫາຍໃນຄະນະບໍລິຫານງານສູນກາງພັກ ໄດ້ຮັບຮູ້ ແລະ ນໍາໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານຂອງຕົນ ໃຫ້ແທດເໝາະກັບສະພາບຕົວຈິງ ແລະ ມີປະສິດທິຜົນສູງສຸດ.
ຂ່າວ-ພາບ: ໜັງສືພິມກອງທັບ
Home / ທິດສະດີຊີ້ນຳ / ການເຄື່ອນໄຫວຊີ້ນຳ / ກອງປະຊຸມຄົບຄະນະບໍລິຫານງານພັກກະຊວງປ້ອງກັນປະເທດ ຄັ້ງທີ 2 ສະໄໝທີ VI
mps.gov.la ວາລະສານປ້ອງກັນຊາດ