ວັນທີ 6 ກຸມພາ 2025 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບ ສະໄໝທີ VII ຮອບທີ 1 ໂດຍການເປັນປະທານຮ່ວມ ຂອງສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ສະຫາຍ ພົນຕີ ສາຍໃຈ ກົມມະສິດ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກອົງການກົມໃຫຍ່, ຄະນະພັກກົມ, ຫ້ອງການ ແລະ ຄະນະພັກ-ຄະນະບັນຊາ ຕະຫຼອດຮອດສະມາຊິກພັກພາຍໃນກົມເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອທັບ ໄດ້ມາດຖານເງື່ອນໄຂຜູ້ທີ່ຈະສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ກົມໃຫຍ່ເສນາທິການກອງທັບ ເຊິ່ງຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ຢຶດໝັ້ນອຸດົມການສັງຄົມນິຍົມ, ມີຄຸນສົມບັດສິນທຳປະຕິວັດ, ມີທັດສະນະການເມືອງໜັກແໜ້ນ, ມີຄວາມຈົງຮັກພັກດີ ຕໍ່ປະເທດຊາດ ຕໍ່ປະຊາຊົນ, ເປັນແບບຢ່າງໃນການປະຕິບັດກົດລະບຽບຂອງພັກ, …
ອ່ານເພີ່ມ >>ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ສະຫຼຸບວຽກງານພັກ ປະຈຳໄຕມາດ IV
ກອງປະຊຸມສະຫຼຸບວຽກງານພັກ ປະຈໍາໄຕມາດ IV ປີ 2024 ແລະ ວາງທິດທາງແຜນການ ປະຈຳໄຕມາດ I ປີ 2025 ຂອງຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 6 ກຸມພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ອໍາພອນ ສຸກວິໄຊ ເລຂາໜ່ວຍພັກ ,ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີບັນດາຫົວໜ້າຈຸພັກ ພ້ອມດ້ວຍສະມາຊິກພັກເຂົ້າຮ່ວມ. ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານບົດສະຫຼຸບວຽກງານພັກປະຈໍາໄຕມາດ IV ປີ 2024 ແລະ ທິດທາງແຜນການ ປະຈຳໄຕມາດ I ປີ 2025 ຄະນະໜ່ວຍພັກໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ, ສະມາຊິກພັກ ເຊື່ອມຊຶມ, ກຳແໜ້ນແນວທາງນະໂຍບາຍຂອງພັກ, …
ອ່ານເພີ່ມ >>ທາບທາມບຸກຄະລາກອນ ສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ອົງການ ຫ້ອງວ່າການກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 2
ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກອົງການ ຫ້ອງວ່າການກະຊວງປ້ອງກັນປະເທດ ສະໄໝທີ VI ຮອບທີ 2 ໃນວັນທີ 6 ກຸມພາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງມະນີວອນ ຄຳມະນີ ກຳມະການພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນຕີ ສົມພອນ ມິດຕະພອນ ກຳມະການປະຈຳພັກກະຊວງ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ບັນດາສະຫາຍຄະນະພັກ-ຄະນະບັນຊາ, ຜູ້ແທນສົມບູນ-ສໍາຮອງ, ມີບັນດາຄະນະກົມ, ຫ້ອງການ, ກອງ, ແຂກຖືກເຊີນ ພ້ອມດ້ວຍສະມາຊິກພັກ ສົມບູນ ແລະ ສຳຮອງເຂົ້າຮ່ວມ. ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ຂອງຄະນະບໍລິຫານງານພັກອົງການ ຫ້ອງວ່າການກະຊວງປ້ອງກັນປະເທດ ສະໄໝທີ VI ເຊິ່ງໃນໄລຍະຜ່ານມາ, ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ເອົາໃຈໃສ່ນໍາພາ-ຊີ້ນໍາສຶກສາອົບຮົມໃຫ້ພະນັກງານສະມາຊິກພັກ-ນັກຮົບ ເຊື່ອມຊຶມ, ກໍາແໜ້ນ …
ອ່ານເພີ່ມ >>ທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງ ເຂົ້າຄະນະບໍລິຫານງານພັກ ກົມໃຫຍ່ການເມືອງກອງທັບ ສະໄໝທີ VI ຮອບທີ 3
ກົມໃຫຍ່ການເມືອງກອງທັບ ໄດ້ຈັດຕັ້ງທາບທາມບຸກຄະລາກອນຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ສະໄໝທີ VI ຮອບທີ 3 ໃນວັນທີ 5 ກຸມພາ 2025 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຄະນະພັກກົມໃຫຍ່ການເມືອງກອງທັບ, ຄະນະພັກ-ຄະນະບັນຊາ ກົມ, ຫ້ອງການ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ຜູ້ແທນສົມບູນ-ສຳຮອງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ຜ່ານບົດລາຍງານການເມືອງທັງສອງພາກຂອງຄະນະບໍລິຫານງານພັກກົມໃຫຍ່ການເມືອງກອງທັບ ສະໄໝທີ V ເຊິ່ງໃນໄລຍະຜ່ານມາ, ໄດ້ຖືເອົາວຽກງານການເມືອງ-ແນວຄິດເປັນກົກ ແລະ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, …
ອ່ານເພີ່ມ >>ກົມໃຫຍ່ເສນາທິການກອງທັບ ເຜີຍແຜ່ເຊື່ອມຊຶມ ແລະ ມອບໝາຍໜ້າທີ່ໃຫ້ແກ່ການກະກຽມກອງປະຊຸມໃຫຍ່ ຄັ້ງທີ VII
ວັນທີ 4 ກຸມພາ 2025 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ເຜີຍແຜ່ເຊື່ອມຊຶມ ແລະ ມອບໝາຍໜ້າທີ່ໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VII ຂອງອົງຄະນະພັກ ກົມໃຫຍ່ເສນາທິການກອງທັບ ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະກົມ, ຫ້ອງການ, ພະແນກການ, ຄະນະພັກ-ຄະນະບັນຊາ ກົມກອງຮາກຖານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ບົວຄໍາ ສາມາວົງ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານມະຕິຕົກລົງ ຂອງອົງຄະນະພັກກົມໃຫຍ່ເສນາທິການກອງທັບ ວ່າດ້ວຍແຜນການ ແລະ ການແຕ່ງຕັ້ງຄະນະຊີ້ນໍາ ບັນດາອະນຸກໍາມະການ ກະກຽມຈັດຕັ້ງດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VII ຂອງອົງຄະນະພັກ ກົມໃຫຍ່ເສນາທິການກອງທັບ, ເພື່ອເປັນການກະກຽມຈັດຕັ້ງດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VII ຂອງຄະນະພັກກົມໃຫຍ່ເສນາທິການກອງທັບ ແມ່ນປະຕິບັດຕາມຫຼັກການຈັດຕັ້ງນໍາພາຂອງພັກ ກໍຄືຄໍາສັ່ງແນະນໍາ …
ອ່ານເພີ່ມ >>ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ຢ້ຽມຢາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ກົມເສດຖະກິດ
ວັນທີ 5 ກຸມພາ 2025 ນີ້, ສະຫາຍ ພົນຕີ ສົມພອນ ມິດຕະພອນ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ເຄື່ອນໄຫວຢ້ຽມຢາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ ກົມເສດຖະກິດ ກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ໄຊສົງຄາມ ວໍລະຈິດ ເລຂາຄະນະພັກ, ຫົວໜ້າກົມເສດຖະກິດກະຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ໄຊສົງຄາມ ວໍລະຈິດ ໄດ້ລາຍງານສະພາບການລວມໂດຍຫຍໍ້ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຮອບດ້ານໃນຜ່ານມາ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ອົງຄະນະພັກກະຊວງປ້ອງກັນປະເທດວາງອອກ ເຊິ່ງເຫັນວ່າມີຜົນສໍາເລັດໃນຫຼາຍດ້ານເປັນຕົ້ນແມ່ນວຽກງານເຮັດໃຫ້ສະພາບມີຄວາມ ສະຫງົບ, ວຽກງານປັບປຸງກໍ່ສ້າງກໍາລັງ, ວຽກງານອົບຮົມ-ຫັດ ແອບການເມືອງ, ການທະຫານ, ວິຊາສະເພາະຄຸ້ມຄອງຫົວໜ່ວຍທຸລະກິດ, ການເກັບຮັກສາລາຍຮັບຈາກການເຊົ່າ, ຄຸ້ມຄອງການຮ່ວມມືກັບບໍລິສັດບໍ່ແຮ່ຕ່າງ ແລະ ວຽກງານອື່ນໆ. ໂອກາດນີ້, ສະຫາຍ ພົນຕີ ສົມພອນ ມິດຕະພອນ …
ອ່ານເພີ່ມ >>ມອບ-ຮັບ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
ພິທີ ມອບ-ຮັບ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ໄດ້ຈັດຂຶ້ນໃນວັນທີ 31 ມັງກອນ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ, ມີຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ຄະນະກອງພັນໃຫຍ່ 702 ແລະ ກອງພັນໃຫຍ່ 703 ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ບຸນມາ ຈັນທະວົງສາ ຫົວໜ້າການເມືອງ ກອງບັນຊາການທະຫານອາກາດ ຜູ້ເກົ່າ ໄດ້ສະຫຼຸບ ຕີລາຄາຄືນໂດຍຫຍໍ້ໃນການນໍາພາ-ຊີ້ນໍາທຸກຂົງເຂດວຽກງານຕົວຈິງໃນໄລຍະຜ່ານມາ, ໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຂັ້ນເທິງມອບໝາຍໃຫ້ມີຜົນສໍາເລັດ ແລະ ມີຄວາມຮັບຜິດຊອບສູງຕໍ່ການນໍາພາຂອງກົມກອງ ໂດຍສະເພາະວຽກງານການເມືອງ, ການຈັດຕັ້ງ, ການນໍາພາປັບປຸງລະບຽບແຜນວິທີເຮັດວຽກ ບົ້ນພື້ນຖານຫຼັກການລວມສູນປະຊາທິປະໄຕ, ນໍາພາກໍ່ສ້າງພັກ-ກໍ່ສ້າງພະນັກງານ ຕິດພັນກັບການກໍ່ສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງກອງປອດໃສ ປອດໄພ ປອດຄະດີ, ສ້າງກົມກອງ-ນັກຮົບວັດທະນະທໍາ …
ອ່ານເພີ່ມ >>ພິທີສະເຫຼີມສະຫຼອງວັນສ້າງຕັ້ງໜັງສືພິມກອງທັບປະຊາຊົນລາວ ຄົບຮອບ 60 ປີ
ອີງຕາມທິດຊີ້ນໍາ ຂອງຄະນະພັກກະຊວງປ້ອງກັນປະເທດ ແລະ ກົມໃຫຍ່ການເມືອງກອງທັບ ກ່ຽວກັບການຈັດຕັ້ງລະນຶກວັນສ້າງຕັ້ງກົມກອງ, ເຫຼົ່າຮົບ ໃນກອງທັບປະຊາຊົນລາວ ໃຫ້ມີເນື້ອໃນຄົບຖ້ວນ ແລະ ເຕັມໄປດ້ວຍຄວາມໝາຍສໍາຄັນເລິກເຊິ່ງ, ອີງຕາມ ແຜນການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງ ໜັງສືພິມກອງທັບປະຊາຊົນລາວ ຄົບຮອບ 60 ປີ ເພື່ອເຮັດໃຫ້ການຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງໜັງສືພິມກອງທັບປະຊາຊົນລາວ ຄົບຮອບ 60 ປີ (20 ມັງກອນ 1965-20 ມັງກອນ 2025) ເປັນຂະບວນການຟົດຟື້ນ, ແຂງແຮງ ແລະ ປະສົບຜົນສໍາເລັດຢ່າງຈົບງາມ. ໃນວັນທີ 31 ມັງກອນ 2025 ນີ້, ຢູ່ທີສະໂມສອນກົມໃຫຍ່ການເມືອງກອງທັບ, ກອງບັນນາທິການໜັງສືພິມກອງທັບປະຊາຊົນລາວ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງໜັງສືພິມກອງທັບປະຊາຊົນລາວ ຄົບຮອບ 60 ປີ ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ, …
ອ່ານເພີ່ມ >>ມອບ-ຮັບໜ້າທີ່ ຫົວໜ້າກົມໃຫຍ່ເສນາທິການກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່
ພິທີ ມອບ-ຮັບໜ້າທີ່ ຫົວໜ້າກົມໃຫຍ່ເສນາທິການກອງທັບ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳກົມໃຫຍ່ເສນາທິການກອງທັບ, ຄະນະພັກ-ຄະນະບັນຊາບັນດາກົມ, ຫ້ອງການ, ກົມກອງຮາກຖານ ແລະ ພະນັກງານ-ຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນເອກ ສຸລິໄຊ ພິຈິດ ຫົວໜ້າຫ້ອງການ ກົມໃຫຍ່ເສນາທິການກອງທັບ ໄດ້ຕາງໜ້າໃຫ້ຫົວໜ້າກົມໃຫຍ່ເສນາທິການກອງທັບ ຜ່ານບົດລາຍງານການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດບັນດາໜ້າວຽກ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບ ຂອງກົມໃຫຍ່ເສນາທິການກອງທັບ ໄລຍະຜ່ານມາ, ເຊິ່ງໄດ້ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ ດ້ວຍຫຼາຍຮູບການ, ຫຼາຍລະດັບແຕກຕ່າງກັນ, ຖືກຕ້ອງຕາມແຕ່ລະເປົ້າໝາຍ, ຊີ້ນໍາກົມກອງກໍາລັງຫຼວງ-ກໍາລັງທ້ອງຖິ່ນທົ່ວປະເທດ ເຄື່ອນໄຫວເຮັດໃຫ້ສະພາບມີຄວາມສະຫງົບ, ປະສານສົມທົບກັບບັນດາອົງການທີ່ກ່ຽວຂ້ອງ, ຈັດຕັ້ງພະນັກງານຫຼັກແຫຼ່ງລົງກໍ່ສ້າງຮາກຖານການເມືອງ …
ອ່ານເພີ່ມ >>ກອງປະຊຸມ ຜູ້ແທນສະຫະພັນແມ່ຍິງທົ່ວກອງທັບ ຄັ້ງທີ IX
ກອງປະຊຸມ ຜູ້ແທນສະຫະພັນແມ່ຍິງທົ່ວກອງທັບ ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 30 ມັງກອນ 2025 ນີ້, ໂດຍມີ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ກຳມະການຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີຜູ້ຕາງໜ້າຫ້ອງການກຳມະບານກອງທັບ, ຫ້ອງການຊາວໜຸ່ມກອງທັບ, ແຂກຖືກເຊີນ, ຄະນະພັກ-ຄະນະບັນຊາ ແລະ ຄະນະນຳສະຫະພັນແມ່ຍິງ ບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ …
ອ່ານເພີ່ມ >>
mps.gov.la ວາລະສານປ້ອງກັນຊາດ