Home / ພາລະກິດປົກປັກຮັກສາ – ສ້າງສາ (page 2)

ພາລະກິດປົກປັກຮັກສາ – ສ້າງສາ

ກະຊວງປ້ອງກັນປະເທດ ສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ

ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຈັດພິທີ ສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2 ກັນຍາ 1945-2 ກັນຍາ 2025) ໃນວັນທີ 28 ສິງຫາ 2025 ນີ້, ໂດຍມີສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ມີບັນດາສະຫາຍການນໍາກະຊວງປ້ອງກັນປະເທດ, ຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການ ກະຊວງປ້ອງກັນປະເທດ, …

ອ່ານເພີ່ມ >>

ປະກາດການຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ເປັນມໍຣະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດ ຂອງ ສປປ ລາວ

ໃນວັນທີ 22 ສິງຫາ 2025 ນີ້, ທີ່ກະຊວງປ້ອງກັນປະເທດ ໄດ້ມີພິທີ ປະກາດການຮັບຮອງເອົາສະຖານທີ່ຮ່ອງຮອຍປະຫວັດສາດ ເສັ້ນທາງສາຍພູຫຼວງ-ເສັ້ນທາງໂຮ່ຈີມິນ ເບື້ອງດິນລາວ ເປັນມໍຣະດົກແຫ່ງຊາດ ລະດັບຊາດ ທາງດ້ານປະຫວັດສາດ ຂອງ ສປປ ລາວ ໂດຍມີ ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ນາງ ຫວໍ ທິແອັງ ຊວນ ກໍາມະການສູນກາງພັກ ກອມມູນິດຫວຽດນາມ, ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ, ມີ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ເຂົ້າຂ້ອງທັງສອງຝ່າຍເຂົ້າຮ່ວມ. ສະຫາຍ ພົນຕີ …

ອ່ານເພີ່ມ >>

ຮອງຫົວໜ້າກອງວາລະສານ ປ້ອງກັນຊາດ ເຄື່ອນໄຫວວງກງານ ຢູ່ກອງພັນໃຫຍ່ 11

ວັນທີ 14 ສິງຫາ 2025 ນີ້, ສະຫາຍ ພັນໂທ ພູທອນ ພົງວິໄລ ຮອງຫົວໜ້າກອງວາລະສານປ້ອງກັນຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານໂຄສະນາ ຂ່າວສານ, ການຂຽນບົດລົງວາລະສານປ້ອງກັນຊາດ ຢູ່ກອງພັນໃຫຍ່ທີ 11, ໂດຍການຕ້ອນຮັບ ຂອງສະຫາຍ ພັນໂທ ເມກດາລາ ໄຊຍະພູມ ຫົວໜ້າຂະແໜງໂຄສະນາອົບຮົມ ພະແນກການເມືອງ ກອງພັນໃຫຍ່ 11 ພ້ອມດ້ວຍຄະນະ. ຈຸດປະສົງ ໃນການເຄື່ອນໄຫວຄັ້ງນີ້, ເພື່ອຊຸກຍູ້ຂະບວນການສ້າງຜົນງານຂໍ່ານັບຮັບຕ້ອນ 3 ວັນ ປະຫວັດສາດຂອງພັກ, ຂອງຊາດ ເວົ້າສະເພາະແມ່ນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີເນື້ອໃນເລິກເຊິ່ງ ໂດຍຕິດພັນກັບການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເພື່ອນໍາເອົາຜົນງານ, ຂະບວນການອັນພົ້ນເດັ່ນດ້ານຕ່າງໆ ຂອງກອງພັນໃຫຍ່ທີ 11 …

ອ່ານເພີ່ມ >>

ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ SCS ຈຳກັດ ມອບເງິນຊຸກຍູ້ການພິມ ໃຫ້ກອງວາລະສານປ້ອງກັນຊາດ

ໃນວັນທີ 15 ກໍລະກົດ 2025 ນີ້, ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ SCS ຈຳກັດ, ມອບເງິນຊຸກຍູ້ໃຫ້ກອງວາລະສານປ້ອງກັນຊາດ ຈຳນວນ 10.000.000 ກີບ ເພື່ອນໍາໃຊ້ເຂົ້າໃນການພິມວາລະສານປ້ອງກັນຊາດ ໂດຍການກ່າວມອບຂອງ ທ່ານ ສົມເພັດ ສຸພັດທອນ ອຳນວຍການ ບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ SCS ຈຳກັດ ແລະ ກ່າວຮັບໂດຍສະຫາຍ ພັນໂທ ບຸນໄມ ແສງອາລຸນ ຫົວໜ້າກອງວາລະສານປ້ອງກັນຊາດ, ພ້ອມດ້ວຍຄະນະ. ໂອກາດນີ້, ສະຫາຍພັນໂທ ບຸນໄມ ແສງອາລຸນ ໄດ້ສະແດງຄວາມຂອບໃຈ ຕໍ່ອໍານວຍການບໍລິສັດ ສຸພັດທອນ ທີ່ປຶກສາ ແລະ ບໍລິການຄົບວົງຈອນ SCS ຈຳກັດ ທີ່ມອບວັດຖຸປັດໃຈ ຊຸກຍູ້ປະກອບສ່ວນໃຫ້ແກ່ …

ອ່ານເພີ່ມ >>

ມອບ-ຮັບ ບັນດາໂຄງການກໍ່ສ້າງ 2 ກຸ່ມບ້ານ ແຂວງຫົວພັນ ແລະ ແຂວງຜົ້ງສາລີ

ພິທີ ມອບ-ຮັບ ບັນດາໂຄງການພັດທະນາ ກຸ່ມບ້ານຜາແດງ ເມືອງກວັນ ແຂວງຫົວພັນ ແລະ ກຸ່ມບ້ານນໍ້າຮາງ ເມືອງສໍາພັນ ແຂວງຜົ້ງສາລີ ຂອງໂຄງການຮ່ວມມືພັດທະນາກຸ່ມບ້ານບໍລິເວນຊາຍແດນ ລາວ-ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 8 ກໍລະກົດ 2025 ນີ້, ຢູ່ເມືອງຊໍາເໜືອ ແຂວງຫົວພັນ, ຝ່າຍລາວ ນໍາໂດຍ ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຮອງຫົວໜ້າຄະນະຊີ້ນໍາ ໂຄງການຮ່ວມມືພັດທະນາກຸ່ມບ້ານບໍລິເວນຊາຍແດນ ລາວ-ຫວຽດນາມ, ຝ່າຍຫວຽດນາມ ນໍາໂດຍ ສະຫາຍ ພົນເອກ ຫງວຽນ ເຕິນ ເກືອງ ກໍາມະການສູນກາງພັກ, ຄະນະກຳມະການປະຈຳການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ມີສະຫາຍ ປອ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາພັກແຂວງ, …

ອ່ານເພີ່ມ >>

ງານແຂ່ງຂັນສິລະປະ – ວັນນະຄະດີສະໝັກຫຼິ້ນທົ່ວກອງທັບ ຄັ້ງທີ V

ງານແຂ່ງຂັນສິລະປະ – ວັນນະຄະດີສະໝັກຫຼິ້ນທົ່ວກອງທັບ ຄັ້ງທີ V ຮອບຊີງຊະນະເລີດໄດ້ສໍາເລັດລົງໃນຕອນແລງຂອງວັນທີ  14 ພະຈີກ 2018 ນີ້, ໂດຍເປັນປະທານເຂົ້າຮ່ວມຂອງ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕິກະຊວງປັອງກັນປະເທດ,  ຫົວໝ້າກົມໃຫ່ຍການເມືອງກອງທັບ, ມີບັນດາທ່ານຄະນະນຳກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ,  ບັນດາກົມໃຫ່ຍ,  ຫ້ອງວ່າການກະຊວງ, ບັນດາແຂກຖືກເຊີນ, ມີບັນດາສະຫາຍຫົວໜ້າຄະນະພັກ ແລະ ພະນັກງານນັກສະແດງທັງໝົດ 9 ຄະນະເຂົ້າຮ່ວມ. ໃນພິທີທ່ານ ພົນຈັດຕະວາ ສາຍສະໝອນ ສະຫຼັບແສງ ຄະນະກົມໃຫຍ່, ຫົວໜ້າກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບຄະນະຮັບຜິດຊອບຈັດງານແຂ່ງຂັນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດງານແຂ່ງຂັນສິລະປະ – ວັນນະຄະດີ ສະໝັກຫຼີ້ນທົ່ວກອງທັບ ຄັ້ງທີ V ຮອບຊິງຊະນະເລີດໃນຄັ້ງນີ້ ໄດ້ສໍາເລັດລົງດ້ວຍໝາກຜົນອັນຈົບງາມ, ມີບັນຍາກາດຟົດຟື້ນມ່ວນຊື່ນປຸກລະດົມຊຸກຍູ້ແນວຄິດຈິດໃຈ ຂອງພະນັກງານນັກຮົບໃນກອງທັບ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມເອກອ້າງທະນົງໃຈຕໍ່ຜົນງານໄຊຊະນະ ແລະ ທາດແທ້ມູນເຊື້ອຂອງກອງທັບປະຊາຊົນລາວ, ສ່ອງແສງໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ …

ອ່ານເພີ່ມ >>

ກະຊວງປ້ອງກັນປະເທດ ສູມກຳລັງ ແລະ ພາຫະນະຊ່ວຍເຫຼືອຜູ້ຖືກຜົນກະທົບນໍ້າຖ້ວນ ຢູ່ເມືອງສະໜາມໄຊ ແຂວງອັດຕະປື

     ວັນທີ 28 ກໍລະກົດ 2018 ນີ້ ຢູ່ທີ່ສູນບັນຊາພາກສະໜາມກອບກູ້ໄພພິບັດ ຂອງກະຊວງປ້ອງກັນປະເທດທີ່ ເມືອງ ສະຫນາມໄຊ ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຮອງຫົວໜ້າຄະນະຮັບຜິດຊອບຊ່ວຍເຫຼືອກອບກູ້ໄພພິບັດນ້ຳຖ້ວມ ຢູ່ແຂວງອັດຕະປືພ້ອມຄະນະ ໄດ້ຖະແຫຼງຂ່າວກ່ຽວກັບການຊອກຄົ້ນ ແລະ ຊ່ວຍເຫຼືອຜູ້ຖືກຜົນກະທົບໄພນ້ຳຖ້ວມ ຢູ່ ເມືອງ ສະຫນາມໄຊ ແຂວງ ອັດຕະປື. ທ່ານກ່າວວ່າ: ພາຍຫຼັງເຫດການເກີດຂື້ນໃນຄໍ່າຄືນຂອງວັນ ທີ 23 ກໍລະກົດ 2018 ຄະນະນໍາຂອງກະຊວງປ້ອງກັນປະເທດ ໄດ້ປະຊຸມປຶກສາຫາລື ໂດຍດ່ວນໂດຍໄດ້ສັ່ງນຳໃຊ້ກຳລັງຂອງກົມກອງທະຫານທີ່ຢູ່ໃກ້ພື້ນທີ່ ເຂົ້າມາປະຕິບັດໜ້າທີ່ກອບກູ້ຊ່ວຍເຫຼືອປະຊາຊົນ ອອກຈາກເຂດນໍ້າຖ້ວມມາສູ່ເຂດປອດໄພໂດຍດ່ວນ. ເບື້ອງຕົ້ນໃນຄໍ່າຄືນ ຂອງວັນທີ 23 ກໍລະກົດ 2018 ໄດ້ນຳໃຊ້ທະຫານ ເມືອງສະໜາມໄຊ ຈຳນວນ 50 ສະຫາຍ, ກຳລັງທະຫານແຂວງອັດຕະປື ຈຳນວນ 100 ສະຫາຍ …

ອ່ານເພີ່ມ >>

ວຽກງານວິຊາສະເພາະໂຄສະນາ ມີບົດບາດສຳຄັນໃນສະໜາມຮົບການ ເມືອງນຳພາແນວຄິດ-ວັດທະນະທຳ

29.3.2018. ກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານວິຊາສະເພາະໂຄສະນາປີ 2017 ແລະ ທິດທາງວຽກງານປີ 2018  ໃນຂົງເຂດວຽກງານແນວຄິດ-ວັດທະນະທຳ ໄຂຂຶ້ນທີ່ກະຊວງປ້ອງກັນປະເທດ ພາຍໃຕ້ການເປັນປະທານ ແລະໃຫ້ກຽດໂອ້ລົມຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ເຂົ້າຮ່ວມກອງປະຊຸມມີ ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາທິການສູນ ກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ມີ 8 ບັນດາກົມກອງເຫຼົ່າຮົບວິຊາສະເພາະໃນອົງການກົມໃຫຍ່ການເມືອງກອງທັບເຂົ້າຮ່ວມຢ່າງພ້ອມພຽງ. ໃນກອງປະຊຸມ ທ່ານ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຍົກໃຫ້ ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ວຽກງານວິຊາສະເພາະໂຄສະນາ ເປັນປັດໄຈພື້ນຖານໃນການພັກດັນ ແລະ ປຸກລະດົມເຮັດໃຫ້ປະຊາຊົນບັນດາເຜົ່າຮູ້ແຈ້ງຕໍ່ແນວທາງປ່ຽນແປງໃໝ່ຂອງພັກເຮົາ, ມີຄວາມສຳຄັນເປັນພາຫະນະອາວຸດອັນແຫຼມຄົມຂອງພັກຕໍ່ສະໜາມຮົບການເມືອງນຳພາແນວຄິດໃນການຕອບຕ້ານຕໍ່ອິດທິກຳລັງປໍລະປັກໃສ່ຮ້າຍປາຍສີຕໍ່ພັກ-ລັດເຮົາ ກໍ່ຄືກອງທັບ. ແຕ່ເຖິງຢ່າງໃດກໍຕາມການເຮັດວຽກງານໂຄສະນາປຸກລະດົມໃນກອງທັບ, ກໍຍັງເປັນລະບົບ ຕໍ່ເນື່ອງ ແລະ ສາມາດຕີລາຄາໄດ້ວ່າພະນັກງານ-ນັກຮົບໃນ ທົ່ວກອງທັບຍັງມີຄວາມຈູບຈ້າວຫ້າວຫັນຟົດຟື້ນປະຕິວັດ, …

ອ່ານເພີ່ມ >>

ທ່ານທອງລຸນ ສີສຸລິດ ຢ້ຽມຢາມກອງພົນທີ1

ໃນວັນທີ 18 ມັງກອນ 2018, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 69 ປີ, ທ່ານ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ,ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເຊິ່ງມີທ່ານ ພົນຕີ ສອນ ທອງ ພົມລາວົງ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ,ມີທ່ານເຈົ້າ ແຂວງໆ ວຽງຈັນ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນ, ບັນດາທ່ານເຈົ້າເມືອງ, ອໍານາດການປົກຄອງບ້ານອ້ອມຂ້າງ, ພະນັກງານຫລັກແຫລ່ງທົ່ວກອງພົນທີ1 ແລະ ພາກສ່ວນຕ່າງໆ. ໃນເວລາໂອ້ລົມທ່ານ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ,ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນັ້ນໃຫ້ຄະນະພັກ-ຄະນະບັນຊາພະນັກງານຫລັກແຫຼ່ງທົ່ວກອງພົນທີ 1 ແລະ ກົມກອງເພື່ອນອ້ອມຂ້າງສືບຕໍ່ເຝິກຝົນສິລະປະຍຸດ-ຍຸດທະວິທີໃຫ້ ນັບມື້ເຂັ້ມແຂງໄປພ້ອມກັບເຮັດວຽກງານສຶກສາອົບຮົມການເມືອງນໍາພາແນວຄິດ ໃຫ້ພະນັກ ງານ-ນັກຮົບ ໃຫ້ໜັກແໜ້ນເຂັ້ມແຂງເຊີດຊູໄດ້ນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບປະຊາຊົນລາວ ເວົ້າລວມ, ເວົ້າສະເພາະກໍແມ່ນມູນເຊື້ອບົດຮຽນທີ່ ດີຂອງກົມກອງຍາດມາໄດ້ໃນໄລຍະຜ່ານມາ, ພ້ອມນັ້ນກໍຕ້ອງ …

ອ່ານເພີ່ມ >>

ສະຫຼຸບຖອດຖອນບົດຮຽນວຽກງານສື່ມວນຊົນກອງທັບປະຈຳປີ 2017

ສະຫຼຸບຖອດຖອນບົດຮຽນວຽກງານສື່ມວນຊົນກອງທັບປະຈຳປີ 2017 ວັນທີ 27 ທັນວາ 2017,  ກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບໄດ້ຈັດກອງ ປະຊຸມສະຫລຸບຖອດຖອນບົດຮຽນວຽກງານສື່ມວນຊົນໃນກອງທັບປະຈຳປີ 2017 ແລະ ວາງທິດທາງແຜນການ ປີ 2018 ທີ່ຫ້ອງປະຊຸມກອງວາລະສານປ້ອງກັນຊາດ ໂດຍການເປັນປະທານຂອງ ທ່ານ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວຫນ້າກົມໃຫຍ່ການເມືອງກອງທັບ ເຊິ່ງມີບັນດາຫົວຫນ້າກົມ, ຫ້ອງການ, ບັນດາກອງ ແລະ ຄະນະບັນນາທິການ ສື່ມວນຊົນຂະແຫນງການຕ່າງໆພາຍໃນກອງທັບ ແລະ ແຂກຖືກເຊີນເຂົ້າຮ່ມວມ. ພັນເອກ ປອ ສີພອນ ແກ້ວສະໄໝ ຮອງກົມໂຄສະນາອົບຮົມກົມ ໃຫຍ່ການເມືອງກອງທັບໄດ້ຂຶ້ນ ຜ່ານບົດສະຫລຸບຕີລາຄາສະ ພາບການຈັດຕັ້ງປະຕິບັດວຽກ ງານວິຊາສະເພາະຂອງບັນດາ ອົງການສື່ມວນຊົນໃນກອງທັບ ປະຈຳປີ 2017 ຜ່ານມາ, ຍົກ ໃຫ້ເຫັນດ້ານດີທີ່ຕັ້ງຫນ້າ ແລະ ດ້ານອ່ອນຄົງຄ້າງທີ່ຈະໄດ້ສຸມ ໃສ່ແກ້ໄຂໃນຕໍ່ຫນ້າ ລວມທັງບົດ ຮຽນທີ່ຖອດຖອນໄດ້ ຈາກພຶດຕິກຳຕົວຈິງໃນຜ່ານມາ, …

ອ່ານເພີ່ມ >>