ໃນບັນຍາກາດແຫ່ງປີສາມັກຄີມິດຕະພາບ 2017, ຊາຊົນສອງຊາດໄດ້ພ້ອມກັນສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດສອງປະເທດ ຄົບຮອບ 55 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບຄົບຮອບ 40 ປີ ຢ່າງເປັນຂະບວນຟົດຟື້ນ, ໃນວັນທີ 20 ທັນວາ 2017, ທີ່ທຳນຽບປະທານປະເທດ ສສ ຫວຽດນາມ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ເຈິ່ນ ດ້າຍ ກວາງ ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ຮ່ວມກັນຖະແຫລງຂ່າວປິດປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2017, ເນື້ອໃນບາງຕອນສຳຄັນ ສະຫາຍ ບຸນຍັງ ວໍລະຈິດ ໄດ້ກ່າວວ່າ: ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ແຫ່ງ ສປປ ລາວ ມາຢ້ຽມຢາມສັນຖະວະໄມຕີສາທາ …
ອ່ານເພີ່ມ >>ຕັ້ງໜ້າປະຕິບັດມະຕິ 5 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກ
ວັນທີ 23-24 ພະຈິກ 2017, ກະຊວງປ້ອງກັນປະເທດຈັດຕັ້ງເຊື່ອມຊຶມມະຕິ 5 ສະໄໝທີ X ຂອງຄະນະບໍລິຫານງານສູນກາງພັກ, ໂດຍການເປັນປະທານຂອງສະຫາຍ ພົນໂທ ວິໄລ ຫຼ້າຄຳຟອງ ເລຂາ ທິການສູນກາງພັກ, ຮອງລັດ ຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີພະນັກງານ-ສະມາຊິກພັກຫຼັກແຫຼ່ງຂັ້ນກະຊວງ ແລະ ກຳລັງຫຼວງ ເຂົ້າຮ່ວມຢ່າງພ້ອມພຽງ.ພົນໂທ ວິໄລ ຫຼ້າຄຳຟອງກ່າວບາງຕອນວ່າ: ການເປີດກອງປະຊຸມໃນຄັ້ງນີແມ່ນສຸດທີ່ມີຄວາມໝາຍຄວາມສຳຄັນ, ຄວາມຈຳເປັນ ພາວະວິໄສ ເພື່ອເຮັດໃຫ້ຄະນະພັກ-ຄະນະບັນຊາ, ພະນັກງານ-ສະມາຊິກພັກ ແລະ ນັກຮົບທຸກຄົນໄດ້ເຂົ້າຮ່ວມຄົ້ນຄວ້າເຊື່ອມຊຶມ, ກຳແໜ້ນ ແລະ ເອກະພາບຕໍບັນດາເນື້ອໃນຈິດໃຈ ເປັນ ເຈົ້າການຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານອັນລະອຽດຂອງອົງຄະນະພັກແຕ່ລະຂັ້ນຍົກສູງ ຄວາມເປັນເຈົ້ການໃນການຈັດຕັ້ງນຳພາ-ບັນຊາຂອງພັກຕໍ່ອົງການ ແລະ ທັງເປັນການຍົກສູງຫຼັກໝັ້ນ ການເມືອງນຳພາແນວຄິດຂອງພະນັກງານ-ສະມາຊິກພັກຫຼັກ ແຫຼ່ງຂັ້ນກະຊວງ ລວມທັງກຳ ລັງຫຼວງ ແລະ ກຳລັງທ້ອງຖິ່ນໃຫ້ເກີດຜົນຕົວຈິງ.ບັນດາສະຫາຍຈົ່ງຍົກສູງຄວາມຮັບຜິດຊອບ, ເອົາໃຈໃສ່ການຄົ້ນຄວ້າເຊື່ອມຊືມ ແລະ ກໍາໄດ້ບັນດາເນື້ອໃນຈິດໃຈຂອງມະຕິດັ່ງກ່າວ ເພື່ອນຳໄປຈັດຕັ້ງຜັນຂະຫຍາຍຢູ່ອົງ …
ອ່ານເພີ່ມ >>ຖະແຫລງການຮ່ວມ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນ
ໂດຍຕອບສະໜອງ ຕາມການເຊື້ອເຊີນ ຂອງ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ໄດ້ຢ້ຽມຢາມ ທາງລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແຕ່ວັນທີ 13-14 ພະຈິກ 2017. ໃນໄລຍະຢ້ຽມຢາມຄັ້ງນີ້, ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການ ສູນກາງພັກກອມມູນິດຈີນ, ປະທານປະເທດ ແຫ່ງ ສປ ຈີນ ໄດ້ພົບປະກັບ ສະຫາຍ ບຸນຍັງ ວໍລະຈິດ …
ອ່ານເພີ່ມ >>ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 11ຈັດຂຶ້ນປະເທດຟີລິບພາຍໃຕ້ຄຳຂັວນ “ຮ່ວມມືເພື່ອການປ່ຽນແປງ, ຜູກພັນສາກົນ”.
ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 11ຈັດຂຶ້ນປະເທດຟີລິບພາຍໃຕ້ຄຳຂັວນ “ຮ່ວມມືເພື່ອການປ່ຽນແປງ, ຜູກພັນສາກົນ”. ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 11 (11th ADMM), ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 4 (4th ADMM-Plus) ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງຢູ່ທີ່ເມືອງຄລາກ, ແຂວງ ປາມຝັງງາ, ປະເທດຟີລິບປິນ. (ວັນທີ 22-25 ຕຸລາ 2017) ເນື້ອໃນສຳຄັນຂອງກອງປະຊຸມ ADMM ຄັ້ງທີ 11 ນີ້ ແມ່ນໄດ້ຮັບຮອງເອົາ 10 ເອກະສານແນວຄວາມຄິດວ່າດ້ວຍ ການຮ່ວມມືລະຫວ່າງບັນດາປະ ເທດອາຊຽນ ແລະ ອາຊຽນ-ບວກ ເຊິ່ງລວມມີ: 1. ແຜນວຽກ 3 ປີ ຂອງກອງປະຊຸມ ADMM; …
ອ່ານເພີ່ມ >>ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປ ຈີນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ
ໃນວັນທີ 13 ກັນຍາ 2017, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບຜູ້ແທນທະຫານຂັ້ນສູງ ສປ ຈີນ ເຊິ່ງນໍາໂດຍທ່ານ ພົນເອກ ສາງວ້ານສວນ ທີ່ປຶກສາແຫ່ງລັດ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປ ຈີນ ພິທີຕ້ອນຮັບໄດ້ຈັດຂຶ້ນຢ່າງສົມກຽດທີ່ກະຊວງປ້ອງກັນປະເທດ, ຫຼັງຈາກນັ້ນກໍ່ໄດ້ມີການພົບປະສອງຝ່າຍ ລາວ-ຈີນ ແລະ ໄດ້ແຈ້ງສະພາບການພົ່ນເດັ່ນທາງດ້ານການເມືອງເສດຖະກິດ-ສັງຄົມຂອງສອງປະເທດ ໂດຍສະເພາະແມ່ນດ້ານວຽກງານປ້ອງກັນຊາດທີ່ຕ່າງຝ່ານມີຄວາມສົນໃຈ ແລະ ໄດ້ທົບທວນຄືນການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຈີນ, ຈີນ-ລາວ ໃນໄລຍະຜ່ານມາ ແລະ ທິດທາງຮ່ວມມືໃນຕໍ່ໜ້າ, ທັງນີ້ ຍັງແນ່ໃສ່ເພີ່ມທະວີການຮ່ວມມືດ້ານການທະຫານຢ່່າງຮອບດ້ານລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ຈີນ ໃຫ້ມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ສອງຝ່າຍຍັງໄດ້ລົງນາມແຜນການຮ່ວມມືນໍາກັນໃນການແລກປ່ຽນຄະນະຜູ້ແທນການທະຫານຂັ້ນສູງ, ການກໍ່ສ້າງບຸກຄະລາກອນ, ປັບປຸງກົນໄກຄົບຖ້ວນວຽກງານການຮ່ວມມືປ້ອງກັນຊາຍແດນ, ວຽກງານການເມືອງ ແລະ ສປ ຈີນ ເຫັນດີຈະສືບຕໍ່ໃຫ້ການຊ່ວຍເຫຼືອທາງດ້ານອຸປະກອນເຕັກນິກ …
ອ່ານເພີ່ມ >>ພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ 2017
ບາງຕອນສຳຄັນ: ຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ກ່າວໃນພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງ 2 ວັນປະຫວັດສາດ ລາວ-ຫວຽດນາມ ( ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ ) ນະຄອນຫຼວງວຽງຈັນ, ວັນທີ 18 ກໍລະກົດ 2017 ທີ່ນະຄອນຫຼວງວຽງຈັນ. ມື້ນີ້ ເປັນມື້ທີ່ມີຄວາມໝາຍສຳຄັນຍິ່ງທາງດ້ານປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ ທີ່ພວກເຮົາໄດ້ພ້ອມກັນຈັດພິທີໂຮມຊຸມນຸມໃຫຍ່ຂຶ້ນຢູ່ນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງສອງວັນປະຫວັດສາດ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 40 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ. …
ອ່ານເພີ່ມ >>ພິທີພົບປະລະຫວ່າງຄູອາຈານ ສສ ຫວຽດນາມ ກັບນັກສຶກສານາຍທະຫານລາວ ທີ່ ວປກ ເນື່ອງໃນໂອກາດຈັດຕັ້ງສະເຫຼີມສະຫຼອງວັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານຂອງສອງປະເທດລາວ-ຫວຽດນາມ ຄົບຮອບ 40 ປີ (18.7.1977-18.7.2017/ ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 55 ປີ (5.9.1962-5.9.2017) ໃນວັນທີ 14 ກໍລະກົດ 2017 ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ຮ່ວມກັບຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມປະຈໍາລາວ ໄດ້ຈັດພິທີພົບປະອະດີດນັກສຶກສານາຍທະຫານລາວທີ່ເຄີຍສຶກສາຮໍ່າຮຽນຢູ່ ສສ ຫວຽດນາມ ເຊິ່ງແມ່ນວິທະຍາຄານປ້ອງກັນຊາດໄກສອນພົມວິຫານເປັນ. ເຂົ້າຮ່ວມເປັນກຽດໂດຍ ທ່ານ ພົນຕີ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ; ຝ່າຍຫວຽດນາມເປັນກຽດເຂົ້າຮ່ວມ ທ່ານ ເລຫ່ຽນເວິນ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ມີບັນດາເອກລັກຄະລັດຖະທູດ ສສ ຫວຽດນາມປະຈໍາ ສປປ ລາວ, ບັນດາພະນັກງານອະດີດນັກສຶກສາທີ່ຮຽນຈົບຈາກບັນດາວິທະຍາຄານ …
ອ່ານເພີ່ມ >>ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ອວຍພອນປີໃໝ່ລາວ ພສ 2560
ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2559 ແລະ ຕ້ອນຮັບປີໃໝ່ ພສ 2560. ວັນທີ 11 ເມສາ 2017 ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໄດ້ອວຍພອນປວງ ຊົນລາວ ຫຼິ້ນບຸນປີໃໝ່ລາວດ້ວຍຄວາມເບີກບານມ່ວນຊື່ນ. ພີ່ນ້ອງຊາວລາວ, ເຊື້ອຊາດລາວ ທີ່ຢູ່ທັງພາຍໃນ ແລະ ຕ່າງປະເທດ ທີ່ຮັກແພງທັງຫຼາຍ ! ມື້ນີ້, ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ປີວອກ ພສ 2559 ແລະ ຕ້ອນຮັບປີໃໝ່ ປີລະກາ ພສ 2560, ຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ຂໍສົ່ງພອນອັນປະເສີດມາຍັງພີ່ນ້ອງຮ່ວມຊາດທີ່ຢູ່ທັງພາຍໃນ ແລະ ຕ່າງປະ ເທດ, ຊາວຕ່າງປະເທດ ທີ່ດຳລົງຊີວິດ ແລະ ປະຕິບັດໜ້າທີ່ຂອງຕົນຢູ່ ສປປ ລາວ ຂໍໃຫ້ທຸກໆຄົນຈົ່ງມີແຕ່ …
ອ່ານເພີ່ມ >>68 ປີ, ກອງທັບປະຊາຊົນລາວ ເຕີບໃຫຍ່ເຂັ້ມແຂງ ເປັນກໍາລັງ ຫຼັກແຫຼ່ງປົກປັກຮັກສາໝາກ ຜົນຂອງການປະຕິວັດ
ຜ່ານຂະບວນວິວັດອັນຍືດເຍື້ອຍາວນານຕໍ່ສູ້ປົດປ່ອຍຊາດແຕ່ລະໄລຍະທີ່ລະອິດລະອ້ຽວ, ດຸເດືອດ,ຂ້ຽວຂາດ ແຕ່ມີໄຊຊະນະເລື້ອຍໆມາ, ກອງທັບປະຊາຊົນລາວ ຍິ່ງຕໍ່ສູ້ກໍ່ຍິ່ງມີບົດຮຽນ ແລະ ນັບມື້ ເຕີບໃຫຍ່ເຂັ້ມແຂງກ້າວຂຶ້ນເລື້ອຍໆ, ເມື່ອກ້າວມາເຖິງວັນຄົບຮອບ 68 ປີ ແຫ່ງວັນສ້າງຕັ້ງກອງທັບປະຊາຊົນລາວ ປີ 2016, ເປັນໄລຍະທີ່ພັກປະຊາຊົນປະຕິວັດລາວ ນໍາພາປວງຊົນລາວກ້າວສູ່ຄວາມ ຈະເລີນຮຸ່ງເຮືອງ ໄດ້ສ້າງໜ້າປະຫວັດສາດຂອງຊາດລາວມີໂສມໜ້າໃໝ່, ເປັນປີທີ່ມີຫຼາຍເຫດການເດັ່ນຢູ່ ສປປ ລາວ ເປັນຕົ້ນແມ່ນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 8, ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ, ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28, 29 ແລະ ກອງປະຊຸມປິ່ນອ້ອມອື່ນໆ ທີ່ ສປປ ລາວ ເປັນເຈົ້າພາບ ໄດ້ມີຜົນສໍາເລັດຢ່າງສະຫງ່າງາມ. ທັ້ງໝົດນັ້ນ, ກອງທັບປະຊາຊົນລາວ ໄດ້ປະກອບສ່ວນ ແລະ ເປັນເຈົ້າການເສີມຂະຫຍາຍບົດບາດເປັນກໍາລັງຫຼັກແຫຼ່ງໃນການປະຕິບັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ໄດ້ຕັ້ງໜ້າປັບປຸງກໍ່ສ້າງຕົນເອງໃຫ້ໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ,ຕັ້ງໜ້າອົບຮົມຫັດແອບກຽມພ້ອມສູ້ຮົບ, ມີລະບຽບວິໄນເຂັ້ມງວດ, ຕັ້ງໜ້າແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ, ເຂົ້າຮ່ວມການ …
ອ່ານເພີ່ມ >>ກົມໃຫຍ່ພະລາທິການກອງທັບ ຮັບປະກັນການລ້ຽງດູທັບ
ຜ່ານພຶດຕິກໍາຕົວຈິງຕະຫຼອດໄລຍະຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານແບບເກົ່າ ແລະແບບໃໝ່ ( ຝຣັ່ງ-ອາເມລິກາ ) ໃນເມື່ອກ່ອນນັ້ນພັກເຮົາສຸດທີ່ຖືສໍາຄັນການກໍ່ສ້າງພື້ນຖານເສດຖະກິດ-ການຜະລິດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃນກໍາລັງປະກອບອາ ວຸດເຮົາ ເພື່ອຕອບສະໜອງຮັບໃຊ້ພາລະກິດຕໍ່ສູ້ປົດປ່ອຍຊາດ ດ້ວຍວິທີການກໍ່ສ້າງຖານທີ່ໝັ້ນຂອງການປະຕິວັດ ແລະ ຖືເອົາເຂດປົດປ່ອຍເປັນບ່ອນທໍາການຜະລິດ ເພື່ອຕອບສະໜອງສະບຽງອາຫານໃຫ້ແກ່ແນວໜ້າ, ຕາມຄໍາຂວັນທີ່ວ່າ: “ທຸກສິ່ງທຸກຢ່າງເພື່ອແນວໜ້າ, ທຸກສິ່ງທຸກຢ່າງ ເພື່ອເອົາຊະນະສັດຕູ”. ການຮັບປະກັນພະລາທິການຂອງ ກອງທັບເຮົາແມ່ນອີງໃສ່ພື້ນຖານປະຊາຊົນເປັນຈຸດໜັກ ສຳລັບກອງທັບເຮົາແມ່ນໄດ້ອີງໃສ່ 4 ແຫຼ່ງເປັນຕົ້ນຕໍຄື: 1. ເພິ່ງຕົນເອງ, ຊອກຫາກຸ້ມຕົນເອງ, ກົມກອງຕັ້ງທັບຢູ່ບ່ອນໃດ ຕ້ອງໄດ້ສູ້ຊົນເຮັດໜ້າ ທີ່ໂຄສະນາປຸກລະດົມກໍ່ສ້າງຮາກຖານການ ເມືອງ ແລະ ເພີ່ມພູນຜະລິດຜົນຫາລ້ຽງກຸ້ມຕົນເອງ, ດ້ວຍການປູກພືດກິນໃບ, ກິນຫົວ, ກິນໝາກ,ເຮັດໄຮ່ເຮັດນາ, ຈັດຕັ້ງໜ່ວຍຫາປາ, ລ່າເນື້ອ ແລະ ຊ່ວຍປະຊາຊົນທໍາການຜະລິດ. 2. ແຫຼ່ງຊ່ວຍເຫຼືອຈາກປະຊາຊົນ: ເຊິ່ງແມ່ນແຫຼ່ງສະໜອງອັນໃຫຍ່ຫຼວງ, ເຊິ່ງກອງທະຫານ ເຮົາເຄື່ອນໄຫວພັກທັບຢູ່ບ່ອນໃດ ແມ່ນໄດ້ ອີງໃສ່ປະຊາຊົນເປັນຜູ້ເບິ່ງແຍງລ້ຽງດູ, ບ່ອນໃດມີເງື່ອນໄຂແມ່ນໄດ້ຈັດແບ່ງກໍາລັງຢາຍຢູ່ນໍາຄອບຄົວຂອງປະຊາຊົນ ເຮືອນໜຶ່ງ 2-3 ຄົນ ປະຕິບັດຄໍາຂວັນ …
ອ່ານເພີ່ມ >>
mps.gov.la ວາລະສານປ້ອງກັນຊາດ