ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໂອ້ລົມຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດປະຈໍາປີ 2016 ແລະ ທິດທາງວຽກງານປະຈໍາປີ 2017 ຂອງກະຊວງປ້ອງກັນປະເທດ ບາງຕອນສໍາຄັນວ່າ: ຕະຫຼອດໄລຍະ 1 ປີທີ່ຜ່ານມາ ທົ່ວພັກ, ທົ່ວກອງທັບທົ່ວປວງຊົນລາວຂອງພວກເຮົາ ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ ຄັ້ງທີ X ຂອງພັກ. ໃນນັ້ນ, ຄະນະພັກ ແຕ່ລະຂັ້ນກໍ່ໄດ້ເປັນເຈົ້າການຈັດຕັ້ງເຊື່ອມ ຊຶມເນື້ອໃນຈິດໃຈຂອງມະຕິໄປພ້ອມໆກັບ ຄວາມເປັນເຈົ້າການຄົ້ນຄວ້າຫັນເປັນເນື້ອໃນ ການເຄື່ອນໄຫວຊີ້ນໍາ – ນໍາພາຂອງຕົນໃນແຕ່ ລະຂົງເຂດວຽກງານ, ປຸກລະດົມມະຫາຊົນເຂົ້າ ຮ່ວມການຈັດຕັ້ງປະຕິບັດເປັນຂະບວນຟົດ ຟື້ນໃນທົ່ວປະເທດ ເວົ້າສະເພາະ, ໃນກໍາລັງ ປະກອບອາວຸດຂອງກອງທັບປະຊາຊົນລາວ ຂ້າພະເຈົ້າກໍ່ເຫັນດີກັບບົດສະຫຼຸບຕີລາຄາ ຂອງບັນດາສະຫາຍທີ່ໄດ້ຍົກໃນບົດລາຍງານຂອງສະຫາຍລັດຖະມົນຕີ ແລະ ເຫັນວ່າຕະຫຼອດ 1 ປີ ທີ່ຜ່ານມາ ພາຍໃຕ້ການຊີ້ນໍາ-ນໍາພາຂອງ ຄະນະພັກກະຊວງປ້ອງກັນປະເທດ …
ອ່ານເພີ່ມ >>ວາລະສານປ້ອງກັນຊາດ “ ວາລະສານທິດສະດີ ແລະ ພຶດຕິກຳ ” ເປັນກະບອກສຽງຄະນະພັກກະຊວງປ້ອງກັນປະເທດ
ບາງຕອນສໍາຄັນ: ບົດໂອ້ລົມຂອງສະຫາຍພົນຕີ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບຕໍ່ກອງວາລະສານປ້ອງກັນຊາດ ໃນໂອກາດສະຫຼຸບປີ 2016 ແລະ ພ້ອມທັງຂຶ້ນຫ້ອງການໃໝ່ ( ວັນທີ 3.2.2017 ). ໃນປີ 2016 ທີ່ຜ່ານມານີ້, ຄະນະພັກ-ຄະນະບັນຊາກອງວາລະສານປ້ອງກັນຊາດ ໄດ້ພະຍາຍາມສຸມທຸກກໍາລັງແຮງດ້ວຍຄວາມຕັ້ງ ໜ້າຜັນຂະຫຍາຍເນື້ອໃນຈິດໃຈມະຕິກອງປະ ຊຸມໃຫຍ່ ຄັ້ງທີ X ຂອງສູນກາງພັກ ກໍ່ຄືມະຕິກອງ ປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງ ປ້ອງກັນປະເທດ, ວ່າດ້ວຍ 4 ໜ້າທີ່ ໃຫຍ່ ແລະ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະ ເທດວາງອອກ ໄດ້ປະຕິບັດຖືກຕ້ອງ ແລະ ແທດ ເໝາະກັບຕົວຈິງ. ກອງວາລະສານປ້ອງກັນຊາດ ຜ່ານມາໄດ້ຕັ້ງໜ້າເຄື່ອນໄຫວໜ້າທີ່ການເມືອງຂອງຕົນ, ເປັນກະບອກສຽງຂອງພັກ, ລັດໃນ ການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ມະຕິຄໍາສັ່ງ ກໍ່ຄືຜົນງານຂອງກອງທັບໃນໄລຍະທີ່ຜ່ານມາ …
ອ່ານເພີ່ມ >>55 ປີ ເຫຼົ່າຮົບລົດຕັງ-ຍານເກາະກ້າວຂຶ້ນ
ເຫຼົ່າຮົບລົດຕັງ-ຍານເກາະ ແມ່ນໜຶ່ງໃນບັນດາເຫຼົ່າຮົບກອງທັບປະຊາຊົນລາວສ້າງຕັ້ງຂຶ້ນໃນວັນທີ 1/10/1961 ໂດຍໃຕ້ການນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ, ເມື່ອຫວນ ຄືນຫຼັງ ກ່ອນໜ້ານີ້ ໃນໄລຍະຕໍ່ສູ້ປົດປ່ອຍຊາດ ກອງຮ້ອຍວິລະຊົນ 161 ເຊິ່ງເປັນກົມກອງທຳ ອິດຂອງເຫຼົ່າຮົບໄດ້ເຮັດສຳເລັດໜ້າທີ່ຂອງຕົນຢ່າງສະຫງ່າງາມ ໃນການຕີຕ້ານສົງຄາມ ຮຸກຮານຂອງຈັກກະພັດອາເມລິກາ ແລະ ລູກແຫຼ່ງຕີນມືຂອງພວກເຂົາໃຫ້ປະລາໄຊລົງຢ່າງອັບອາຍຂາຍໜ້າ, ໄດ້ປົດປ່ອຍປະເທດຊາດແລະ ສະຖາປະນາສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ ປີ 1975 ຢ່າງມີໄຊ. 55 ປີ ຜ່ານມາ, ເຫຼົ່າຮົບລົດຕັງ-ຍານ ເກາະ ໄດ້ຜ່ານການທົດສອບໃນແປວໄຟສົງ ຄາມອັນດຸເດືອດຂ້ຽວຂາດ ແລະ ເຕັມໄປດ້ວຍ ການເສຍສະຫຼະອັນສູງສົ່ງເຮັດສຳເລັດໜ້າທີ່-ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້, ສ້າງໄດ້ວິລະກຳອັນລ້ຳເລີດຈາລຶກໄວ້ໃນປຶ້ມປະຫວັດສາດຂອງຊາດ ຂອງກອງທັບຢ່າງສະງ່າງາມ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍເປັນຕົ້ນມາ, ເຫຼົ່າຮົບລົດຕັງ-ຍານເກາະໄດ້ເພີ່ມທະວີການປັບປຸງກໍ່ສ້າງກຳລັງຂອງຕົນ …
ອ່ານເພີ່ມ >>ສາຍພົວພັນມິດ ຕະພາບທີ່ເປັນມູນເຊື້ອ, ຄວາມ ສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານ ລາວ-ຫວຽດນາມ-ຫວຽດນາມ-ລາວ ຈົ່ງຂຽວສົດງົດງາມ ແລະ ໝັ້ນ ຄົງທະນົງແກ່ນຕະຫຼອດໄປ
ສະຫາຍ ຫງວຽນ ຟູ ຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມແລະ ສະຫາຍບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ
ອ່ານເພີ່ມ >>
mps.gov.la ວາລະສານປ້ອງກັນຊາດ